ເມືອງໄຊ ແຂ່ງຂັນກີລາບານເຕະ ຕ້ອນຮັບກອງປະຊຸມໃຫຍ່

  ໃນວັນທີ 23 ກັນຍາ ຜ່ານມາ ເມືອງໄຊ ໄດ້ຈັດພິທີເປີດງານ ແຂ່ງຂັນກີລາບານເຕະຊີງຂັນທ່ານ ເຈົ້າເມືອງໄຊເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມ ໃຫ່ຍຄັ້ງທີ Xlll ຂອງອົງຄະນະພັກເມືອງໄຊ ທີຈະມາເຖິງໃນມໍ່ໆ ນີ້ພາຍໃຕ້ການເປັນປະທານຂອງທ່ານ ພົມມະສຸກມອນຈັນດີ ຮອງເຈົ້າເມືອງໄຊ,ທ່ານ ສົມຈັນ ເທບພາລີປະທານແນວລາວສ້າງຊາດເມືອງໄຊຜູ້ຊີ້ນຳວຽກງານ ອົງການຈັດຕັ້ງມະຫາຊົນ,ທ່ານ ພິມພາ ເພຍເທບຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງອຸດົມໄຊມີບັນດາຫົວໜ້າຫ້ອງການ,ທິມນັກກີລາຈາກກອງບັນຊາການ ປກຊ-ປກສ ຂັ້ນ ແຂວງ-ຂັເມືອງ,ໂຮງຮຽນ,ໂຮງໝໍ, ອົງການປົກຄອງບ້ານ ທົ່ວເມືອງໄຊເຂົ້າຮ່ວມ.

ທ່ານ ພົມມະສຸກມອນຈັນດີ ກ່າວເປີດພິທີຈັດງານແຂ່ງຂັນກີ ລາບານເຕະຊີງຂັນທ່ານເຈົ້າເມືອງ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫ່ຍຄັ້ງທີ Xlll ຂອງອົງຄະນະພັກເມືອງໄຊ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບຈັດການແຂ່ງຂັນ,ອຸປະກອນຮັບໃຊ້ ແລະອື່ນໆ ທີ່ໄດ້ຫ້າງຫກະກຽມໄດ້ທ່ວງທັນຕາມກຳນົດເວລາ, ຊຶ່ງການຫຼິ້ນກີ ລາແມ່ນວຽກງານໜຶ່ງທີ່ສໍາຄັນ ໃນການສ້າງຄວາມສຳພັນໄມຕີ ຈິດ, ມິດຕະພາບ,ສ້າງຄວາມຮັກແພງສາມັກຄີ, ເຮັດໃຫ້ມີສຸຂະພາບ ແຂງແຮງ ແລະສ້າງຈິດໃຈໃຫ້ມີ ຄວາມເບີກບານມ່ວນຊື່ນ.

ການແຂ່ງຂັນໃນຄັ້ງນີ້ມີ 2 ປະເພດຄືບານເຕະຍິງ ແລະຊາຍ ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 27 ທິມ, ທິມຍິງມີ 10 ທິມ, ທິມຊາຍມີ 17 ທິມ ໂດຍການແຂ່ງຂັນ ໄດ້ເລີ່ມແຕ່ວັນທີ 23 ກັນຍາ-23 ຕຸລາ 2019 ຈຶ່ງຈະສຳເລັດ.

---------------

 ພາບ ແລະຂາ່ວຈາກ: ຈາກໜັງສືພືມເສດຖະກິດ-ສັງຄົມ