ປະຊາຊົນເມືອງພຽງ ມີລາຍຮັບ 20 ລ້ານກວ່າກີບຕໍ່ຄົນ

  ວັນທີ 22 ກັນຍາ 2019 ໄດ້ມີກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງພຽງ ແຂວງໄຊຍະບູລີ ໂດຍການເປັນປະທານຂອງ ທ່ານ ເສີດ ແສງສຸລິນ ວ່າການເຈົ້າເມືອງພຽງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີປະທານສະພາປະຊາຊົນແຂວງ, ຄະນະປະຈຳພັກແຂວງ, ກຳມະ ການພັກແຂວງ, ຄະນະປະຈຳພັກເມືອງ, ເລຂາຄະນະບໍລິຫານງານພັກ 10 ເມືອງທົ່ວແຂວງ, ພະນັກງານອາວຸໂສບຳນານ, ມີນັກທຸລະກິດ, ຜູ້ປະກອບການ, ຜູ້ແທນສົມບູນທີ່ມາຈາກຄະນະພັກຮາກຖານ ແລະໜ່ວຍພັກທົ່ວເມືອງ, ແຂກຮັບເຊີນທີ່ມາຈາກສູນກາງ ແລະແຂວງເຂົ້າຮ່ວມ.

  ໃນກອງປະຊຸມໄດ້ພ້ອມກັນທົບທວນຕີລາຄາຄືນຜົນງານແຕ່ລະດ້ານທີ່ຍາດມາໄດ້, ຈຸດອ່ອນຂໍ້ຄົງຄ້າງ ແລະສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດແນວ ທາງນະໂຍບາຍຂອງພັກມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງພຽງ ແລະພ້ອມກັນກຳນົດທິດທາງຄາດໝາຍຍຸດທະສາດແຕ່ລະດ້ານໃນການປົກປັກຮັກສາ ແລະພັດທະນາ ເມືອງພຽງແຕ່ນີ້ຮອດປີ 2024, ອັນສໍາຄັນຜູ້ແທນກອງປະຊຸມຈະໄດ້ພ້ອມກັນເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່, ເລືອກໃຫ້ໄດ້ບຸກຄົນທີ່ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເພື່ອສືບຕໍ່ຊີ້ນຳ-ນຳພາເມືອງພຽງກ້າວຂຶ້ນຢ່າງບໍ່ຢຸດຢັ້ງດ້ວຍຜົນງານ ແລະຜົນ ສໍາເລັດໃຫຍ່ຫຼວງກວ່າເກົ່າ, ສູ້ຊົນພັດທະນາເມືອງພຽງໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າໃນທຸກດ້ານ, ຕາມທິດຍືນຍົງ, ສີຂຽວ ແລະເປັນມິດກັບສິ່ງແວດລ້ອມ, ໂດຍລວມ ແລ້ວຕະຫຼອດໄລຍະ 5 ປີຜ່ານມາ ເມືອງພຽງແມ່ນໄດ້ຫັນເອົາພະ ນັກງານລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ໂຄສະນາເຜີຍແຜ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໃຫ້ແກ່ພະນັກງານສະມາຊິກພັກພະນັກງານລັດຖະກອນ ແລະພໍ່ແມ່ປະຊາ ຊົນບັນດາເຜົ່າ, ເຮັດໃຫ້ເມືອງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

  ເສດຖະກິດມະຫາພາກຂອງເມືອງສືບຕໍ່ຂະຫຍາຍຕົວສະເລ່ຍ 9,3% ລາຍໄດ້ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 22,7 ລ້ານກີບ ຫຼື ເທົ່າກັບ 2.588 ໂດລາ, ທຽບໃສ່ປີ 2014 ເພີ່ມຂຶ້ນ 804 ໂດລາສະຫະລັດ, ພື້ນຖານໂຄງລ່າງ, ເສັ້ນທາງ, ໄຟຟ້າ, ນໍ້າປະປາໄດ້ຮັບການພັດທະນາຍົກລະດັບດີຂຶ້ນກວ່າຜ່ານມາ, ຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂຫຼຸດລົງຢ່າງຈະແຈ້ງຍັງເຫຼືອ 45 ຄອບຄົວເທົ່າກັບ 0,39% ຂອງຄອບຄົວທັງໝົດ, ຂົງເຂດວັດທະນະທໍາ-ສັງຄົມ ໄດ້ຮັບການພັດທະນາຍົກລະດັບໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ, ລະບົບການເມືອງຢູ່ຮາກຖານໄດ້ຮັບການປັບປຸງໃຫ້ມີຄວາມເຂັ້ມແຂງຂຶ້ນເປັນກ້າວໆ.

--------------

ໜັງສືພິມເສດຖະກິດ-ສັງຄົມ