ເຊີໂນບິລກວາດ 10 ລາງວັນເອັມມີ

  ມິນິຊີຣ ຊີໂນບິລ ຊຶ່ງສ້າງຈາກເລື່ອງຈິງໃນປະຫວັດສາດກວາດ 10 ລາງວັນ ຈາກເວທີເອັມມີອະວອດປະຈຳປີ 2019.

  ສະຖາບັນສີລະປະ ແລະວິຊາການທາງໂທລະພາບຂອງອາເມລິກາຈັດພິທີປະກອບມອບລາງວັນເອັມມີຄັ້ງທີ 71 ຊຶ່ງເປັນລາງວັນທີ່ມອບໃຫ້ກັບຜູ້ທີ່ມີຜົນງານດີເດັ່ນ ທາງໂທລະພາບທີ່ໂຮງຮູບເງົາໄມໂຄຣຊອບໃນນະຄອນລອສແອນເຈລິສ ໃນວັນທີ 22 ກັນຍາ ທີ່ຜ່ານມາ ໂດຍສະຖານີໂທລະພາບເຄເບິລເອຊບີໂປປະສົບຄວາມສຳເລັດຫຼາຍທີ່ສຸດໃນປີນີ້ຊຶ່ງຊີຣີເລື່ອງເກມ ອອຟ ໂທນ ກວາດ ລາງວັນ 12 ສາຂາ ຈາກການໄດ້ຮັບສະເໜີຊື່ເຂົ້າຊີງໃນ 14 ສາ ຂາລວມເຖິງຊີຣີດາມ່າຍອດນິຍົມ.

ຂະນະທີ່ເຊີໂນບິລ ມິນິຊີຣີ ຄວາມຍາວ 5 ຕອນ ສ້າງຈາກເລື່ອງຈິງໃນປະຫວັດສາດຄືອຸບັດເຫດນິວເຄຼຍເຊີໂນບິລໃນປີ 1986 ຄວ້າລາງວັນໄປຫຼາຍກວ່າ 10 ລາງ ວັນໃນປະເພດມິນິຊີຣີລວມເຖິງມິນິຊີຣີດີເດັ່ນການກຳກັບມິນິຊີຣີດີເດັ່ນ ແລະ ບົດມິນິຊີຣີດີ ເດັ່ນເອົາຊະນະຄູ່ແຂ່ງສຳຄັນຄືເວນເດຊີອັສ ມິນິຊີຣີ ຄວາມຍາວ 4 ຕອນ  ອອກອາກາດທາງເນັດຟລີກເລື່ອງລາວຂອງຄວາມບໍ່ເທົ່າທຽມລະການເລືອກປະຕິບັດໃນການສືບສວນ ແລະໄຕ່ສວນຄະດີຄາດຕະກຳທີ່ມີເລື່ອງເຊື້ອຊາດ, ສີຜີວ ແລະເພດເຂົ້າມາກ່ຽວຂ້ອງ.

---------------

ນສພ ເສດຖະກິດ-ສັງຄົມ