8 ເດືອນ ໄຊສົມບູນ ເກັບລາຍຮັບໄດ້ 58,72% ຂອງແຜນປີ

  ການຈັດຕັ້ງປະຕິບັດຈັດເກັບລາຍຮັບຂອງແຂວງໄຊສົມບູນໃນ 8 ເດືອນຜ່ານມາສາມາດປະຕິບັດໄດ້ທັງໝົດ 44,70 ຕື້ກີບ ເທົ່າກັບ58,72% ຂອງແຜນການປີທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 4,18% ສ່ວນດ້ານລາຍຈ່າຍປະຕິບັດໄດ້ 217,65 ຕື້ກີບ ເທົ່າກັບ 67,10% ຂອງແຜນການປີທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 31,18%.

 ອີງຕາມບົດລາຍງານຂອງ ທ່ານ ສຸກສະຫວາດ ວົງພູມເຫຼັກ ຫົວໜ້າພະແນກການເງິນ ແຂວງ ໄຊສົມບູນ ຕໍ່ກອງປະຊຸມປຶກສາ ຫາລືກ່ຽວກັບວຽກງານຊຸກຍູ້ລາຍຮັບທີ່ຈັດຂຶ້ນໃນອາທິດຜ່ານມາ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານປີ 2019 ຂອງແຂວງໄຊສົມບູນແມ່ນຍັງຢູ່ໃນໄລຍະ ເສດຖະກິດ-ການເງິນສືບຕໍ່ມີ ຄວາມຫຍຸ້ງຍາກຝືດເຄືອງພື້ນຖານລາຍຮັບພາຍໃນແຂວງທຽບໃສ່ປີຜ່ານມາແມ່ນຫຼຸດລົງປະຈຸບັນຍັງເຫຼືອພຽງແຕ່ 1.209 ຫົວໜ່ວຍແຂວງຄຸ້ມຄອງ 75 ຫົວໜ່ວຍ, ເມືອງຄຸ້ມຄອງ 592 ຫົວໜ່ວຍ ແລະບ້ານຄຸ້ມຄອງ 542 ຫົວໜ່ວຍ, ຊຶ່ງໃນປີ 2019 ນີ້ ທົ່ວແຂວງ ຮັບຕົວເລກຈັດເກັບລາຍຮັບເຂົ້າ ງົບປະມານທັງໝົດ 76,14 ຕື້ ກີບ, ສ່ວນລາຍຈ່າຍແມ່ນຢູ່ໃນລະ ດັບ 324,39 ຕື້ກີບ ແລະດຸ່ນດ່ຽງ ຈາກສູນກາງ 248,25 ຕື້ກີບ.  

  ຜ່ານການຈັດຕັ້ງປະຕິບັດຈັດ ເກັບລາຍຮັບຕົວຈິງໃນ 8 ເດືອນ ຜ່ານມາສາມາດປະຕິບັດໄດ້ທັງ ໝົດ 44,70 ຕື້ກີບ ເທົ່າກັບ 58,72% ຂອງແຜນການປີທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 4,18% ໃນນັ້ນລາຍຮັບ ອາກອນປະຕິບັດໄດ້ 43,11 ຕື້ກີບ ແລະລາຍຮັບຄຸ້ມຄອງຊັບສິນຂອງລັດ 1,59 ຕື້ກີບ ໂດຍໃນລາຍຮັບດັ່ງກ່າວ 5 ເມືອງປະຕິ ບັດໄດ້ພຽງ 5,12 ຕື້ກີບ ເທົ່າກັບ 11,45% ຂອງແຜນການປີ ຊຶ່ງເມືອງທີ່ຫຼຸດຄາດໝາຍຫຼາຍກວ່າໝູ່ແມ່ນ ເມືອງອານຸວົງ ປະຕິບັດໄດ້ພຽງ 36,22% ແລະເມືອງ ລ້ອງຊານປະຕິບັດໄດ້ 42,35%; ດ້ານລາຍຈ່າຍທົ່ວແຂວງຄຸ້ມຄອງລາຍຈ່າຍໄດ້ປະມານ 217,65 ຕື້ກີບ ເທົ່າກັບ 65,10% ຂອງ ແຜນການປີທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ31,18%, ສ່ວນການດຸ່ນດ່ຽງງົບປະມານ ແຂວງໄຊສົມບູນໄດ້ຮັບເງິນດຸ່ນດ່ຽງຈາກສູນກາງຈໍານວນ 173 ,64  ຕື້ກີບ ເທົ່າກັບ 69,95% ຂອງແຜນການປີທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 17,91%.

  ສໍາລັບທິດທາງແຜນການ 4 ເດືອນທ້າຍປີຄະນະພະແນກການເງິນແຂວງໄຊສົມບູນຈະເພີ່ມທະວີຕໍ່ການຊີ້ນໍາຂະແໜງສ່ວຍສາອາກອນປະຈໍາແຂວງ, ຊັບສິນຂອງລັດ ແລະການເງິນ 5 ເມືອງ ເພື່ອຊອກຄົ້ນແຫຼ່ງລາຍຮັບ ແລະ ຈັດເກັບລາຍຮັບງົບປະມານໃຫ້ບັນລຸ 31,44 ຕື້ກີບ ຊຶ່ງຄາດໝາຍດັ່ງກ່າວເປັນສິ່ງທີ່ທ້າທາຍໜັກໜ່ວງສໍາລັບການຈັດເກັບລາຍຮັບຂອງແຂວງໄຊສົມບູນໃນນັ້ນສ່ວຍສາອາກອນໃຫ້ໄດ້ 30,92 ຕື້ກີບ ແລະ ຄຸ້ມຄອງຊັບສິນຂອງລັດໃຫ້ໄດ້ 520 ລ້ານກີບສະເພາະແຜນລາຍ ຈ່າຍແມ່ນຄຸ້ມຄອງໃຫ້ຢູ່ໃນລະດັບ 111,18 ຕື້ກີບ.

----------------

ຂຽນໂດຍກິ່ງລັດຕະນາ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ