ໄຟຟ້າຫົງສາ ມອບທຶນການສຶກສາ ໃຫ້ນັກຮຽນ

  ວັນທີ 25 ກັນຍາ 2019 ບໍລິສັດໄຟຟ້າຫົງສາຈໍາກັດໄດ້ຈັດ ພິທີມອບທຶນການສຶກສາໃຫ້ແກ່ ນ້ອງນັກຮຽນຊັ້ນມັດທະຍົມທີ່ຮຽນດີ-ຮຽນເກັ່ງ ແລະມີຄຸນສົມບັດດີທີ່ຫ້ອງປະຊຸມຂອງຫ້ອງການສຶກສາທິການ ແລະກີລາເມືອງຫົງສາ ແຂວງໄຊຍະບູລີ ໂດຍມີທ່ານ ຄະທາຢຸດຊູພູນຜູ້ອຳນວຍການໃຫຍ່ ບໍລິສັດໄຟຟ້າຫົງສາຈໍາກັດ,ທ່ານ ນາງດາວວິນລາດຊະກິດຮອງເຈົ້າເມືອງຫົງສາ, ທ່ານປ່ຽນ ຈິນ ດາ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງຫົງສາ,ມີຜູ້ອຳນວຍການໂຮງຮຽນມັດທະຍົມ 6 ແຫ່ງພາຍໃນເມືອງ, ມີພະນັກງານ ວິຊາການບໍລິສັດໄຟຟ້າຫົງສາຈຳກັດ ແລະນ້ອງນັກຮຽນທີ່ໄດ້ຮັບທຶນເຂົ້າ

ນັກຮຽນທີ່ໄດ້ຮັບທຶນການສຶກສາຄັ້ງນີ້ປະກອບມີ 6 ໂຮງຮຽນຄື: ໂຮງຮຽນມັດທະຍົມສຶກສາສົມບູນຫົງສາຈຳນວນ 6 ທຶນ, ໂຮງຮຽນມັດທະຍົມສຶກສາສົມບູນບ້ານ ເມືອງຫານ ຈຳນວນ 6  ທຶນ, ໂຮງ ຮຽນມັດທະຍົມສຶກສາສົມບູນບ້ານ ນາປຸ່ງ 6 ທຶນ, ໂຮງຮຽນມັດທະຍົມສຶກສາຕອນຕົ້ນບ້ານແທ່ນຄຳ 4 ທຶນ, ໂຮງຮຽນມັດທະຍົມສຶກສາ ສົມບູນພູແລ້ງ 4 ທຶນ ແລະໂຮງ ຮຽນມັດທະຍົມສຶກສາສົມບູນບ້ານ ຄົກແອກ 4 ທຶນ ລວມທັງໝົດຈຳ ນວນ 30 ທຶນ ລວມມູນຄ່າທັງໝົດ 90 ລ້ານກີບ.

ທ່ານ ຄະທາຢຸດຊູພູນຜູ້ອຳນວຍການໃຫຍ່ບໍລິສັດໄຟຟ້າຫົງສາ ຈໍາກັດ ກ່າວວ່າ: ສຳລັບກິດຈະກໍາ ສະໜັບສະໜູນການສຶກສາໃຫ້ນ້ອງນັກຮຽນຂອງບໍລິສັດໄຟຟ້າຫົງສາຈຳກັດ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2011 ເປັນຕົ້ນມາ ໂດຍໄດ້ຈັດຕັ້ງປະຕິບັດຢູ່ 3 ເມືອງ ຄື: ເມືອງຫົງສາ, ເມືອງເງິນ ແລະ ເມືອງຊຽງຮ່ອນ, ສະເພາະສົກ ຮຽນ 2019-2020 ນີ້, ທັງ 3 ເມືອງແມ່ນໄດ້ຮັບທຶນການສຶກສາ ທັງໝົດຈຳນວນ40 ທຶນ ລວມມູນຄ່າທັງໝົດ120 ລ້ານກີບ.

ໃນຕອນທ້າຍຂອງພິທີທ່ານ ນາງ ດາວວິນ ລາດຊະກິດ ຮອງ ເຈົ້າເມືອງຫົງສາ ກໍ່ໄດ້ກ່າວສະ ແດງຄວາມຂອບໃຈມາຍັງບໍລິສັດດັ່ງກ່າວທີ່ໄດ້ສະໜັບສະໜູນ ແລະ ສົ່ງເສີມນັກຮຽນດີ-ຮຽນເກັ່ງໃນຊັ້ນມັດທະຍົມເຮັດໃຫ້ນ້ອງນັກຮຽນເອົາໃຈໃສ່ຕໍ່ການຮຽນຫຼາຍຂຶ້ນທັງນີິ້,ກໍເພື່ອຊ່ວຍໃຫ້ບັນລຸຜົນສຳເລັດໃນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາໃຫ້ມີຄຸນນະພາບດີຂຶ້ນຕາມນະໂຍບາຍ ຂອງກະຊວງສຶກສາທິການ ແລະກີລາວາງອອກ,ທັງເປັນການປະກອບສ່ວນສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້-ຄວາມສາມາດ, ເດັກໃນວັນນີ້, ກໍ່ຄືຜູ້ໃຫຍ່ໃນວັນໜ້າ,ເປັນຜູ້ສຶບທອດພາລະກິດຂອງຊາດເຮົາໃນອະນາຄົດອີກດ້ວຍ.

--------------

ໜັງສືພິມເສດຖະກິດ-ສັງຄົມ