ຊ່ວງເຮືອສວນນໍ້າອິນແປງ ວັນທີ 29 ກັນຍານີ້

  ບໍລິສັດ ອິນແປງກຣຸບຈຳກັດຮ່ວມກັບພະແນກສຶກສາທິການ ແລະກີລານະຄອນຫຼວງວຽງຈັນ ແລະສະຫະພັນກີລາເຮືອຊ່ວງ ນະ ຄອນຫຼວງວຽງຈັນຈັດພິທີຖະແຫຼງ ຂ່າວການແຂ່ງຂັນຊ່ວງເຮືອ ແລະ ງານຕະຫຼາດນັດ ປະຈຳປີ 2019 ໄດ້ຈັດຂຶ້ນເມື່ອວັນທີ 25 ກັນຍາ ຜ່ານມາ ທີ່ສວນນໍ້າອິນແປງ ຣີໂວໄຊ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ,ໂດຍໃຫ້ກຽດເຂົ້າ ຮ່ວມຂອງທ່ານ ສຸກສະຫວັນບຸດຕະວົງຮອງເຈົ້າເມືອງຫາດຊາຍຟອງ, ທ່ານ ກອງແກ້ວແຫ່ງດາ ວົໄຊ ຫົວໜ້າຂະແໜງກີລາລະດັບສູງພະແນກສຶກສາທິການ ແລະກີລານະຄອນຫຼວງວຽງຈັນ, ທ່ານນາງ ບຸນຍົມ ລັ່ງສຸມີໄຊ ຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງຫາດຊາຍຟອງ,ທ່ານ ພິມມະສອນ ຈັນທະວົງ ຫົວໜ້າຫ້ອງການບໍລິສັດອິນແປງກຣຸບຈຳກັດ ແລະທ່ານປະກາຍສິດ ໄຊ ໂກສີຄະນະສະຫະພັນກີລາເຮືອ ຊ່ວງນະຄອນຫຼວງວຽງຈັນ,ມີຄະນະຮັບຜິດຊອບຈັດການແຂ່ງຂັນ,ຄະນະນຳເຮືອແຕ່ລະພາກສ່ວນ ແລະສື່ມວນຊົນເຂົ້າຮ່ວມ.

ທ່ານ ວິຊຽນ ໂລວັນ ຄະນະ ຮັບຜິດຊອບຈັດການແຂ່ງຂັນໄດ້ຜ່ານຂໍ້ກຳນົດວ່າດ້ວຍລະບຽບການແຂ່ງຂັນຊ່ວງເຮືອສູດຊາຍ 55 ສີພາຍປະຈຳປີ  2019  ເປັນ ຕົ້ນແມ່ນຮູບແບບຈັດການແຂ່ງຂັນ,ປະເພດລາງວັນ,ມາດຕະ ຖານເຮືອ,ຄຸນສົມບັດຂອງສີພາຍ ແລະຂໍ້ບັງຄັບ,ການປະທ້ວງ, ການລົງໂທດແລະບົດບັນຍັດທົ່ວ ໄປຂອງງານ,ການແຂ່ງຂັນຊ່ວງ ເຮືອໃນປີນີ້ມີເຮືອເຂົ້າຮ່ວມແຂ່ງ ຂັນທັງໝົດ 9 ລຳ, ແບ່ງອອກເປັນ 2 ສາຍຄື: ສາຍ ກ ມີເຮືອນ້ອຍອິດທິລິດ ໃນນາມທະນາຄານຮ່ວມ ພັດທະນາ ຫຼື ເຈດີບີ, ເຮືອໄກທອງ ຈາກແຂວງບໍລິຄຳໄຊ, ເຮືອສາວ ນ້ອຍພິກຸນທອງ 2, ເຮືອສາວນ້ອຍສ້ອຍສຸດາ ແລະເຮືອພອນພະແກ້ວ 2 ບ້ານສີຖານໃຕ້, ສ່ວນສາຍ ຂ ມີເຮືອພອນພະແກ້ວ 1 ບ້ານສີຖານ ໃຕ້, ເຮືອສາວນ້ອຍພິກຸນທອງ 1, ເຮືອເຈົ້າແມ່ປະກາຍສິດ ແລເຮືອ ນາວາສັກສິດ ແຊ້ມເກົ່າປີ 2018  (ບໍລິສັດ ແສງເພັດ ເກັບກູ້ລະເບີດ ແລະກໍ່ສ້າງ) ແຕ່ປີນີ້ມາໃນນາມ ຣີສອດປາກນໍ້າຄານ.

ສຳລັບປະເພດລາງວັນອັນດັບ 1 ຈະໄດ້ຮັບຂັນໂລ້ 1 ໜ່ວຍ ພ້ອມ ເງິນສົດ 13 ລ້ານກີບ, ອັນດັບ 2 ໄດ້ຮັບຂັນໂລ້ 1 ໜ່ວຍ ພ້ອມເງິນ ສົດ 11 ລ້ານກີບ, ອັນດັບ 3 ໄດ້ຮັບ ຂັນໂລ້ 1 ໜ່ວຍ ພ້ອມເງິນສົດ 9 ລ້ານກີບ, ອັນດັບ 4 ໄດ້ຮັບເງິນສົດ 7 ລ້ານກີບ ແລະລາງວັນນອນ ທ່າຈະໄດ້ຮັບເງິນສົດລຳລະ 5 ລ້ານ ກີບ.ນອກຈາກການແຂ່ງຂັນຊ່ວງ ເຮືອແລ້ວຍັງມີອີກຫຼາກຫຼາຍກິດຈະກຳໃຫ້ບັນດາແຂກທັງພາຍໃນ ແລະຕ່າງປະເທດໄດ້ຕື່ນຕາຕື່ນໃຈແລະໄດ້ຮັບຊົມໄປພ້ອມໆກັນເປັນຕົ້ນແມ່ນງານຕະຫຼາດນັດແລກປ່ຽນຊື້-ຂາຍສິນຄ້າຊຶ່ງເລີ່ມລະຫວ່າງ ວັນທີ 23-29 ກັນຍາ 2019.

---------------

ພາບ ແລະຂາ່ວຈາກ:ໜັງສືພິມເສດຖະກິດ-ສັງຄົມ