ຄະນະພັດທະນາການສຶກສາໄດ້ຮັບການຍົກລະດັບ

  ການຝຶກອົບຮົມກ່ຽວກັບການສ້າງຄວາມເຂົ້າໃຈຕໍ່ໜ້າທີ່ ແລະພາລະບົດບາດໃຫ້ແກ່ຄະນະພັດທະນາການສຶກສາຂັ້ນບ້ານ ແລະຜູ້ອໍານວຍການໂຮງຮຽນປະຖົມ 15 ໂຮງຮຽນເປົ້າໝາຍຂອງເມືອງຄໍາ ແຂວງຊຽງຂວາງມີຂຶ້ນໃນວັນທີ 26 ກັນຍາ 2019 ທີ່ສະໂມສອນບ້ານກ້ວຍໝໍ້ເມືອງຄໍາແຂວງຊຽງຂວາງ ໂດຍໃຫ້ກຽດ ເຂົ້າຮ່ວມຂອງທ່ານ ບຸນຄົງ ລັດ ຕະນະວິໄລຮອງຫົວໜ້າພະແນກສກຂ,ມີຄະນະຮັບຜິດຊອບອົງ ການໂລຕັສເວີຣ,ຂະແໜງການ ທີ່ກ່ຽວຂ້ອງຂອງພະແນກ ສກຂ,ຜູ້ຕາງໜ້າຫ້ອງການສຶກສາທິການ ແລະກີລາເມືອງຄໍາ,ຄູຝຶກຕະຫຼອດຮອດຄະນະພັດທະນາການສຶກສາຂັ້ນບ້ານ ແລະຜູ້ອໍານວຍການໂຮງ ຮຽນປະຖົມ 15 ໂຮງຮຽນເປົ້າ ໝາຍໃນເມືອງຄໍາເຂົ້າຮ່ວມ.

ຈຸດປະສົງຂອງການຈັດຝຶກອົບ ຮົມຄັ້ງນີ້ແມ່ນເພື່ອໃຫ້ສໍາມະນາ ກອນເຂົ້າຮ່ວມຮູ້ ແລະເຂົ້າໃຈຕໍ່ກັບ ໜ້າທີ່-ພາລະບົດບາດຂອງຄະນະພັດທະນາການສຶກສາຂັ້ນບ້ານ, ເຂົ້າໃຈຕໍ່ກັບການເຮັດວຽກຮ່ວມ ກັນ ແລະການມີສ່ວນຮ່ວມໃນການຊ່ວຍເຫຼືອເຊິ່ງກັນ ແລະກັນໃນການ ເຮັດກິດຈະກໍາຕ່າງໆໃນໂຮງຮຽນ,ໃນນັ້ນຈະໄດ້ລົງເລິກໃນຫົວຂໍ້ຫຼັກ ການ-ການເຮັດວຽກຮ່ວມກັນ, ວົງຈອນການຮຽນຮູ້ຮ່ວມກັນເປັນ ທິມງານ, ທິດສະດີກົງລໍ້ 4 ທິດ,ຄວາມໝາຍຄວາມສໍາຄັຂອງ ວຽກງານການສຶກສາ (ຊຸມຊົນ, ຄູ, ນັກຮຽນ), ບົດບາດ-ໜ້າທີ່ ຂອງຄະນະພັດທະນາການສຶກສາຂັ້ນບ້ານ (ຄພສບ),ການອອກ ແບບໂຄງການຍ່ອຍເຊັ່ນວ່າ: ການວາງເປົ້າໝາຍຮ່ວມກັນ,ການວິ ເຄາະສະພາບບັນຫາສາເຫດວິທີ ແກ້ໄຂ ແລະການສ້າງແຜນການ ເຄື່ອນໄຫວໃນຕໍ່ໜ້າເພື່ອຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ,ສໍາລັບຄະນະພັດທະນາການສຶກສາຂັ້ນບ້ານ ແລະໂຮງຮຽນປະຖົມເປົ້າໝາຍ 15 ແຫ່ງເຂົ້າຮ່ວມປະກອບມີ: ປະຖົມຈອມທອງ, ຄໍາເໜືອ, ລ້ອງມັດໃຕ້, ນໍ້າຕຽນ, ນໍ້າຮົ່ມ, ຄັງແຄະ, ໄຮ ໜ່ຽງ, ສັນພັນ, ລ້ອງມັດເໜືອ, ລ້ອງລານ, ໜອງໃໝ່, ນໍ້າຈາກ, ເຜິ້ງຊາມ, ບຸນຖິ່ນ ແລະນາຫວ້ານ.        

ໂອກາດນີ້ທ່ານ ບຸນຄົງ ລັດຕະນະວິໄລ ໄດ້ປະກອບຄໍາຄິດຄໍາເຫັນກ່ອນອື່ນທ່ານໄດ້ຍົກໃຫ້ເຫັນເຖິງ ຄວາມທັນສະໄໝ ແລະຄວາມເຕີບໃຫຍ່ຂະຫຍາຍຕົວຂອງວຽກງານ ສຶກສາ-ກີລາໃນຂົງເຂດພາກພື້ນ ແລະສາກົນໄປໄດ້ໄວ ແລະມີຄຸນນະພາບ, ສະນັ້ນເພື່ອໃຫ້ການສຶກສາ-ກີລາຂອງແຂວງພວກເຮົາຄ່ອຍໆຫັນໄປສູ່ຄຸນນະພາບຕ້ອງເລີ່ມຈາກຫົວໜ່ວຍຄອບຄົວ ແລະການມີສ່ວນຮ່ວມຂອງຄະນະພັດທະນາ ການສຶກສາຂັ້ນບ້ານກໍຄືຊຸມຊົນເພື່ອພ້ອມກັນພັກດັນໃຫ້ມີຄວາມ ເຕີບໃຫຍ່ເຂັ້ມແຂງ ແລະເທົ່າທຽມກັບບັນດາປະເທດໃນອະນາຄົດ.

-------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ