ໄຊຍະບູລີ ຄົ້ນຄວ້າຄັດເລືອກຕໍາແໜ່ງວິຊາການຄູ

  ພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຄົ້ນຄວ້າຄັດເລືອກຕໍາແໜ່ງວິຊາການຄູປະສົບການຊັ້ນອະນຸບານສຶກສາແລະສາຍສາມັນສຶກສາສົກຮຽນ 2017-2018 ທີ່ ແຂວງໄຊຍະບູລີ ໃນລະຫວ່າງ ວັນທີ 23-26 ກັນຍາ 2019 ທີ່ ຫ້ອງປະຊຸມພະແນກດັ່ງກ່າວໂດຍກາເຂົ້າຮ່ວມຂອງທ່ານ ອ່ອນຕາ ພົມມະຈິດ ຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ,ທ່ານມະໂນສິນມາສະວົງດີຫົວໜ້າພະແນກກວດກາປະເມີນກົມສາມັນສຶກສາກະຊວງສຶກສາທິການ ແລະກີລາ ແຂວງໄຊຍະບູລີ,ມີບັນດານັກວິຊາການຈາກກົມສາມັນສຶກສາທັງໝົດ 13 ຄົນ, ຍິງ 6 ຄົນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ຕູ້ ສົມບັດຫົວໜ້າຂະແໜງກົມສາມັນສຶກສາພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ ຂຶ້ນຜ່ານບົດລາຍງານການຄົ້ນຄວ້າຄັດເລືອກຕຳແໜ່ງວິຊາການຄູປະສົບການຊັ້ນອະນຸບານສຶກສາ ແລະສາຍສາມັນສຶກສາ ແຂວງໄຊຍະບູລີສົກຮຽນ 2017-2018 ໄດ້ກ່າວໃຫ້ຮູ້ວ່າ:ອີງຕາມດຳລັດວ່າດ້ວຍຕຳແໜ່ງວິຊາການຄູໃນລະດັບຕໍ່າກວ່າສະຖາບັນການສຶກສາຊັ້ນສູງສະບັບເລກທີ 209/ນຍ ລົງວັນທີ 7 ກຸມພາ 2018 ພະແນກສຶກສາທິການແລະກີ ລາແຂວງໄຊຍະບູລີໄດ້ຮັບໃບຄຳຮ້ອງ

ກ່ຽວກັບການສະເໜີຂໍຕຳແໜ່ງວິຊາການຄູປະສົບການຈາກຫ້ອງການສຶກສາທິການ ແລະ ກີລາເມືອງ 6 ເມືອງມີ    ຈຳນວນເປົ້າໝາຍ 18 ຄົນ, ຍິງ 15 ຄົນ, ເປັນຄູສອນຊັ້ນອະນຸບານສຶກສາ1 ຄົນ,ຄູສອນສາຍສາມັນສຶກສາ 17 ຄົນ, ຍິງ 14 ຄົນ(ຄູສອນຊັ້ນປະຖົມສຶກສາ 8 ຄົນ, ຍິງ 7 ຄົນ ແລະມັດທະຍົມສຶກສາ 9 ຄົນ, ຍິງ 7 ຄົນ) ຈາກນັ້ນຄະນະກໍາມະການຂັ້ນແຂວງໄດ້ພ້ອມກັນນຳເອົາຄຳຮ້ອງ ແລະຂໍ້ມູນຕ່າງໆຂອງພາກສ່ວນດັ່ງກ່າວມາວິເຄາະ, ສັງເກດ, ຕີລາຄາ ແລະ ໄຈ້ແຍກຜົນງານດ້ານຕ່າງໆ ຕາມ ແບບຟອມ ແລະມາດຖານຂອງປຶ້ມຄູມືຄົ້ນຄວ້າຕໍາແໜ່ງວິຊາການຄູຊັ້ນມັດທະຍົມສຶກສາສະບັບເລກທີ 1151/ມຍ, 2016 ລົງວັນທີ 19 ຕຸລາ 2016 ທີ່ໄດ້ກຳນົດ.

----------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ