ຜົນສຳຫຼວດຜູ້ໃຊ້ສະມາດໂຟນໃນອາເມລິກາມີພຽງ 1% ທີ່ຄິດວ່າຊ່ອງສຽບຫູຟັງສຳຄັນ

 ນຶກເຖິງໄລຍະທຳອິດທີ່ Apple ຖອດຊ່ອງສຽບຫູຟັງ 3,5 ມມ ອອກຈາກ iPhone ໄປໃໝ່ໆ ຫຼາຍໆຄົນຕ່າງກໍຄິດວ່າເປັນການກະທຳທີ່ບໍ່ສະຫຼາດແຕ່ວັນນີ້ສະມາດໂຟນຫຼາຍໆແບຣນກໍເລີ່ມຖອດຊ່ອງສຽບຫູຟັງອອກກັນຫຼາຍຂຶ້ນ ເລື້ອຍໆສະແດງໃຫ້ເຫັນວ່າຊ່ອງ ສຽບຫູຟັງ 3,5 ມມ ບໍ່ໄດ້ຈຳເປັນບົນສະມາດໂຟນອີກຕໍ່ໄປ.

Ting ຜູ້ໃຫ້ບໍລິການເຄືອຂ່າຍ ຄືມືຖື (MVNO) ໃນອາເມລິກາ ໄດ້ສຳຫຼວດຜູ້ໃຊ້ງານຊາວອາເມລິກາ ທີ່ຊື້ສະມາດໂຟນຫຼາຍກວ່າ 3.600 ຄົນ ໂດຍມີຄຳຖາມວ່າແມ່ນຫຍັງຄືສິ່ງຈຳເປັນທີ່ສຸດໃນ ການຊື້ສະມາດໂຟນລຽງຕາມລຳ ດັບ 1-3 ຄຳຕອບອອກມາຄ່ອນ ຂ້າງຫຼາກຫຼາຍຕັ້ງແຕ່ລາຄາ,ໜ້າຈໍກ້ອງ, ແບັດເຕີຣີ, ຄວາມຈຸ,ສະເປັກຂອງເຄື່ອງລະບົບປະຕິບັດ ການ ແລະຊ່ອງສຽບຫູຟັງ.

ຈາກຜົນສຳຫຼວດພົບວ່າມີພຽງ 1% ເທົ່ານັ້ນທີ່ເລືອກຊ່ອງສຽບຫູ ຟັງມາເປັນຕົວເລືອກທຳອິດທີ່ຕ້ອງ ມີສຳລັບການຊື້ສະມາດໂຟນ ແລະ ຄຳຕອບທີ່ຫຼາຍທີ່ສຸດຊຶ່ງເປັນປັດ ໄຈສຳຄັນໃນການເລືອກຊື້ສະມາດ ໂຟນຄື “ລາຄາ” ຊຶ່ງຄິດເປັນ 35% ຂອງຜົນສຳຫຼວດທັງໝົດຄ່ອນຂ້າງ ສອດຄ່ອງກັບລາຍງານກ່ອນໜ້າ ນີ້ວ່າ OnePlus ເປັນສະມາດໂຟນ ເຮືອທຸງທີ່ຂາຍໄດ້ຄ່ອນຂ້າງດີໃນອາເມລິກາເນື່ອງຈາກເປັນຄ່າຍທີ່ເຮັດໃຫ້ເຮືອທຸງໄດ້ຖືກກວ່າແບຣນອື່ນຄ່ອນຂ້າງສູງ.

ປັດໄຈທີສອງໃນການເລືອກຊື້ສະມາດໂຟນຄືລະບົບປະຕິບັດການຄິດເປັນ 30% ແລະອັນດັບສາມ ເລື່ອງສະເປັກຄິດເປັນ 14% ມີພຽງ 5% ເທົ່ານັ້ນທີ່ໃຫ້ຄວາມສົນໃຈດ້ານໜ້າຈໍ ແລະມີພຽງ 4% ທີ່ເລືອກສະມາດໂຟນທີ່ແບັດເຕີຣີ.

---------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ