ວິທີປ້ອງກັນພະຍາດໄຂ້ຍຸງລາຍ

  ໄຂ້ເລືອດອອກເກີດຈາກ ການຕິດເຊື້ອໄວຣັດເດງກີ (dengue) ທີ່ມາຈາກນໍ້າລາຍຂອງຍຸງ ທີ່ໄປກັດຄົົນທີ່ເປັນໄຂ້ຍຸງລາຍມາກ່ອນເມື່ອຄົນຖືກຍຸງກັດຈະໄດ້ຮັບ ເຊື້ອໄວຣັດເດງກີອາດຈະມີອາ ການໜ້ອຍ ຫຼື ເກືອບບໍ່ມີອາການ. ຜູ້ປ່ວຍຈະມີອາການໄຂ້ສູງ, ປວດ ຕາມໂຕ, ຊຶມ,ກິນອາຫານບໍ່ໄດ້, ຮາກ, ປວດທ້ອງ,ອາດມີເລືອດ ອອກຕາມອະໄວຍະວະຕ່າງໆ ແລະ ອາການໜັກຈົນມີພາວະຊັອກ ຊຶ່ງຫາກບໍ່ໄດ້ຮັບການກວດພິຈາລະນາ ແລະຮັກສາທ່ວງທັນຈະນຳໄປ ສູ່ການເສຍຊີວິດ.

ສະນັ້ນເຮົາຄວນປ້ອງກັນຕົວ ເອງດ້ວຍການນອນໃນມຸ້ງ,ທາຢາກັນຍຸງຊ່ວຍກັນກຳຈັດທຳລາຍ ແຫຼ່ງເພາະພັນຍຸງລາຍເຊັ່ນ:ແຫຼ່ງນໍ້າຂັງໃນເຮືອນຊຶ່ງເປັນເລື່ອງທີ່ຕ້ອງເຮັດຢ່າງສະໝໍ່າສະເໝີຖ້າເມື່ອຮູ້ສຶກເມື່ອຍ,ມີໄຂ້ສູງຄວນໄປພົບແພດພ້ອມປະຕິບັດຕາມຄຳແນະນຳການຕິດຕໍ່ຂອງໄຂ້ຍຸງລາຍ.

----------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ