ຫວຽດນາມ ຈະກູ້ຢືມເງິນ 278 ລ້ານໂດລາ ຂະຫຍາຍໂຮງໄຟຟ້າ

  ການໄຟຟ້າຂອງສສ ຫວຽດນາມວາງແຜນກູ້ຢືມເງິນຈໍານວນ 278 ລ້ານໂດລາສະຫະລັດ ເພື່ອຂະຫຍາຍໂຮງໄຟຟ້າໃຫ້ໄດ້ 2.400 ເມກະວັດຮັບມືກັບການຂາດແຄນ ພະລັງງານ.

ຕາມຂ່າວຕ່າງປະເທດລາຍ ງານວ່າເມື່ອບໍ່ດົນມານີ້ການໄຟຟ້າຫວຽດນາມກິດຈະການດ້ານສາທາລະນູປະໂພກຂອງລັດຈະກູ້ຢືມເງິນຈຳນວນ 6,45 ພັນຕື້ ດົງ (ປະມານ 278 ລ້ານໂດລາ)ເພື່ອນໍາມາໃຊ້ກັບໂຄງການຂະຫຍາຍໂຮງໄຟຟ້າພະລັງງານນໍ້າ ໃກ້ກັບນະຄອນຫຼວງຮ່າໂນ້ຍເນື່ອງຈາກຫວຽດນາມກຳລັງຕໍ່ສູ້ກັບບັນຫາການຂາດແຄນພະລັງງານໄຟຟ້າທີ່ອາດຈະເກີດຂຶ້ນໃນອະນາຄົດ,ຊຶ່ງການຂະຫຍາຍໂຮງໄຟຟ້າຮວ່າບິ່ງອາຍຸ 25 ປີ ທີ່ມີຄວາມສາມາດໃນການຜະລິດກະແສໄຟຟ້າຢູ່ທີ່ 480 ເມກະວັດໃຫ້ກາຍເປັນ 2.400 ເມກະວັດ ມີກຳນົດເລີ່ມດຳເນີນການໃນໄຕມາດ 4 ຂອງປີ 2020 ແລະສຳເລັດພາຍໃນປີ 2023.

ໃນເດືອນກໍລະກົດທີ່ຜ່ານມາກະຊວງອຸດສາຫະກຳ ແລະການຄ້າຂອງຫວຽດນາມກ່າວວ່າ:ຫວຽດນາມຄາດວ່າຈະປະເຊີນກັບບັນຫາການຂາດແຄນພະລັງງານ ຢ່າງຮຸນແຮງນັບຕັ້ງແຕ່ປີ 2021 ເນື່ອງຈາກຄວາມຕ້ອງການພະລັງງານໄຟຟ້ານັ້ນສູງກວ່າການກໍ່ສ້າງໂຮງໄຟຟ້າແຫ່ງໃໝ່.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ