ກຳປູເຈຍ ສົ່ງເສີມການຜະລິດເຂົ້າອິນຊີ

  ກຳປູເຈຍສົ່ງເສີມຊາວກະສິກຳໃນການຜະລິດເຂົ້າອິນຊີ ຊຶ່ງມີໄລຍະເວລາ 5 ປີຢູ່ແຂວງມົນທົນຄີຣີ ທາງຕາເວັນອອກສ່ຽງເໜືອຂອງປະເທດພາຍໃຕ້ໂຄງການ ໄຣສ ເທັກ ກຳປູເຈຍ(RiceTechCambodia). 

ຕາມຂ່າວຊິນຮວາລາຍງານ ວ່າ ສຳລັບໂຄງການນີ້ຈະຈັດຕັ້ງປະຕິບັດໃນພື້ນທີ່ຫ່າງໄກຂອງ ແຂວງມົນທົນຄີຣີ ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນ 2.400 ຄົນ ເພື່ອຊ່ວຍໃຫ້ປະຊາຊົນໄດ້ຮັບຮອງຄຸນນະພາບເຂົ້າອິນຊີ ເພີ່ມຜົນຜະລິດ ແລະຮັບປະກັນລາຄາລະດັບດີໃນຕະຫຼາດເອີຣົບ,ນອກນີ້ປະຊາຊົນ 1.300 ຄົນ ຈະໄດ້ຮັບການຝຶກອົບຮົບໃນການຄວບຄຸມກ່ຽວກັບກະສິກຳອິນຊີ ແລະການປະຕິບັດທາງກະສິກຳລວມທັງເຕັກນິກການອົບເຂົ້າແຫ້ງ ດ້ວຍເຄື່ອງຈັກ ແລະໂຮງສີເຂົ້າແບບທັນສະໄໝ ເພື່ອເພີ່ມຄຸນນະ ພາບຂອງການຜະລິດເຂົ້າໃຫ້ສູງ ຂຶ້ນ, ກຳປູເຈຍເປັນປະເທດທີ່ມີປະ ຊາກອນຖືອາຊີບກະສິກຳກວມເອົາ 80% ແລະສາມາດຜະລິດເຂົ້າ ເປືອກ 10,8 ລ້ານໂຕນ ໃນປີ ກາຍນີ້.

ລາຍງານຂອງລັດຖະບານກຳ ປູເຈຍລະບຸວ່າ ໃນໄລຍະ 8 ເດືອນ ປີນີ້ ກຳປູເຈຍ ສົ່ງເຂົ້າອອກເຂົ້າ ສານ 342.045 ໂຕນ ໂດຍ ສປ ຈີນ ເປັນຜູ້ຊື້ລາຍໃຫຍ່.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ