ຈີນ ສ້າງຂົວ-ທາງລົດໄຟຂ້າມທະເລຍາວ ທີ່ສຸດໃນໂລກ

ການກໍ່ສ້າງຂົວ-ທາງລົດ ໄຟຂ້າມທະເລທີ່ມີຄວາມຍາວທີ່ສຸດໃນໂລກ ຊຶ່ງຕັ້ງຢູ່ໃນມົນທົນຝູຈຽນທາງຕາເວັນອອກສຽງໃຕ້ຂອງ ສປ ຈີນ ໄດ້ສຳເລັດໃນສ່ວນໂຄງ ສ້າງຫຼັກ.

ຕາມຂ່າວຊິນຮວາລາຍງານ ວ່າ ກຳມະກອນກໍ່ສ້າງຫຼາຍຮ້ອຍ ຄົນ ແລະເຈົ້າໜ້າທີ່ລັດຖະບານຈີນ ເຂົ້າຮ່ວມພິທີສະຫຼອງຄວາມຄືບ ໜ້າຂອງການກໍ່ສ້າງຂົວ-ທາງລົດ ໄຟໃນຊ່ອງແຄບຜິງຖານ ຊຶ່ງຂົວ ມີຄວາມຍາວ 16,34 ກິໂລແມັດ ເຊື່ອມຕໍ່ເກາະຜິງຖານ ແລະໝູ່ ເກາະໃກ້ຄຽງ 4 ແຫ່ງ ເຂົ້າກັບແຜ່ນດິນໃຫຍ່ທີ່ຝູຈຽນ, ຂົວດັ່ງ ກ່າວມີກຳນົດເປີດນໍາໃຊ້ພາຍໃນປີ 2020 ສາມາດຫຼຸດໄລຍະເວລາໃນການເດີນທາງລະຫວ່າງນະ ຄອນຝູໂຈວ ເມືອງເອກຂອງຝູ ຈຽນ ແລະເກາະຜິງຖານທີ່ເປັນເຂດຕົວແບບສະໜັບສະໜູນການຄ້າ ແລະການແລກປ່ຽນທາງວັດ ທະນະທຳຈາກ 2 ຊົ່ວໂມງ ເຫຼືອ ພຽງ 30 ນາທີເທົ່ານັ້ນ, ໂດຍຂົວ-ທາງລົດໄຟຊ່ອງແຄບຜິງຖານມີ ຖະໜົນ 6 ເລນຈະລາຈອນຢູ່ຊັ້ນ ເທິງ ແລະລາງລົດໄຟຄວາມໄວ ສູງຢູ່ຊັ້ນລຸ່ມ ຊຶ່ງອອກແບບໃຫ້ຮອງຮັບຂະບວນລົດໄຟຄວາມໄວສູງ 200 ກິໂລແມັດຕໍ່ຊົ່ວໂມງ ແລະເປັນສ່ວນໜຶ່ງຂອງທາງລົດໄຟ ສາຍຝູໂຈວ-ຜິງຖານມີຄວາມຍາວ 88 ກິໂລແມັດ.

ບັນດາຜູ້ຮັບເໝົາກໍ່ສ້າງຂອງ ຈີນພາກັນທຳລາຍສະຖິຕິຕ່າງໆ ຂອງໂລກຈົນກາຍເປັນເຈົ້າຂອງ ຂົວທີ່ມີຄວາມສູງຫຼາຍທີ່ສຸດໃນ ໂລກຂົວຂ້າມທະເລທີ່ມີຄວາມຍາວ ທີ່ສຸດໃນໂລກ ແລະຂົວທີ່ມີຄວາມສູງທີ່ສຸດໃນໂລກທີ່ກໍ່ສ້າງໃນສັດ ຕະວັດນີ້ຈຳນວນ 90 ແຫ່ງຈາກ ທັງໝົດ 100 ແຫ່ງ, ທັງນີ້ມີການ ຄາດຄະເນວ່າ ມູນຄ່າການລົງທຶນ ດ້ານການຄົມມະນາຄົມຂົນສົ່ງ ຂອງຈີນນັບຈາກປີ 2015-2020 ຈະເພີ່ມຂຶ້ນສູງເຖິງ 15 ພັນຕື້ຢວນ ໂດຍໂຄງການກໍ່ສ້າງຂົວຈະຄອງອັດຕາສ່ວນການລົງທຶນຫຼາຍທີ່ສຸດ.

--------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ