ສະມາຄົມນັກທຸລະກິດແມ່ຍິງຫຼວງນໍ້າທາ ມອບເຄື່ອງຊ່ວຍເຫຼືອໂຮງຮຽນຊົນເຜົ່າເມືອງສິງ

  ວັນທີ  24  ກັນຍາ ຜ່ານມາ ທີ່ໂຮງຮຽນມັດທະຍົມສົມບູນຊົນ ເຜົ່າເມືອງສິງ,ສະມາຄົມນັກທຸລະກິດແມ່ຍິງແຂວງຫຼວງນໍ້າທາ, ໄດ້ຈັດພິທີມອບເຄື່ອງຊ່ວຍເຫຼືອໃຫ້ ໂຮງຮຽນມັດທະຍົມສົມບູນຊົນເຜົ່າເມືອງສິງ, ໂດຍການເຂົ້າຮ່ວມຂອງທ່ານ ຈັນສຸກ ຈັນທະໄຊ ຫົວໜ້າ ຫ້ອງວ່າການເມືອງສິງ,ທ່ານ ນາງ ອາລັງ ວັງພະຈັນປະທານສະມາຄົມນັກທຸລະກິດແມ່ຍິງແຂວງຫຼວງ ນໍ້າທາ,ມີປະທານສະຫະພັນແມ່ ຍິງແຂວງ,ເມືອງ,ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ ສິງ,ພະນັກງານຄູ-ອາຈານ, ສະ ມາຄົມນັກທຸລະກິດແມ່ຍິງຕະຫຼອດຮອດນ້ອງນັກຮຽນເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ມີ ອຸປະກອນການຮຽນ ຊຶ່ງປະກອບ ມີປຶ້ມຂຽນ, ບີກ, ສໍ, ເຈ້ຍ ແລະ ເຄື່ອງກີລາ, ລວມມູນຄ່າທັງໝົດ 9 ລ້ານກີບ,ໃຫ້ກຽດກ່າວມອບ ໂດຍທ່ານ ນາງອາລັງ ວັງພະຈັນປະທານສະມາຄົມນັກທຸລະກິດແມ່ ຍິງແຂວງຫຼວງນໍ້າທາ ກ່າວຮັບ ໂດຍທ່ານ ສົມຊາຍ ວັດທະນະທອນ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງສິງ,ຈາກນັ້ນໄດ້ ນຳເອົາເຄື່ອງຈໍານວນດັ່ງກ່າວ ມອບຕໍ່ໃຫ້ນ້ອງນັກຮຽນເພື່ອໄປນຳໃຊ້ເຂົ້າໃນການສຶກສາຮໍ່າຮຽນ.

ຈຸດປະສົງຂອງການນໍາເອົາ ເຄື່ອງມາມອບໃນຄັ້ງນີ້ເພື່ອເປັນການປະກອບສ່ວນເຂົ້າໃນການ ພັດທະນາບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດ ແລະໃຫ້ນ້ອງນັກຮຽນມີກຳລັງໃຈໃນການສຶກສາຮໍ່າຮຽນເພື່ອໃຫ້ມີຄວາມຮູ້ຄວາມສາມາດປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ຈະເລີນຂນເທື່ອລະກ້າວ.

..........................................

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ