ທະນາຄານລາວ-ຫວຽດມອບທຶນໃຫ້ໂຮງຮຽນ ມິດຕະພາບລາວ-ຫວຽດສະຫວັນນະເຂດ

  ເມື່ອບໍ່ດົນຜ່ານມານີ້ທະນາຄານຮ່ວມທຸລະກິດລາວ-ຫວຽດສາຂາສະຫວັນນະເຂດ ໄດ້ມອບ ເງິນຊ່ວຍເຫຼືອໂຮງຮຽນສາມັນສຶກ ສາມິດຕະພາບລາວ-ຫວຽດແຂວງ ສະຫວັນນະເຂດ ມູນຄ່າ 7 ພັນໂດ ລາ ເທົ່າກັບ 60 ລ້ານກວ່າກີບ ຊຶ່ງຕາງໜ້າກ່າວມອບໂດຍທ່ານ ຟາມວັນຮາ ຫົວໜ້າທະນາຄານຮ່ວມທຸລກິດລາວ-ຫວຽດສາຂາແຂວງສະຫວັນນະເຂດ ແລະກ່າວ ຮັບໂດຍທ່ານ ເລືອງໄຊ ບຸນໂຊກ ວັນ ປະທານສະມາຄົມຫວຽດນາມ ປະຈຳແຂວງສະຫວັນນະເຂດບັນ ດາແຂກພາກສ່ວນກ່ຽວຂ້ອງ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ໂຮງຮຽນສາມັນສຶກສາມິດຕະພາບລາວ-ຫວຽດສ້າງຂຶ້ນ ແລະ ຄຸ້ມຄອງ ໂດຍສະມາຄົມຫວຽດ ນາມປະຈຳແຂວງສະຫວັນນະເຂດຊຶ່ງມີນັກຮຽນທັງໝົດ 668 ຄົນ ໃນນັ້ນລ້ວນແຕ່ເປັນລູກຫຼານຄົນ ຫວຽດນາມທີ່ອາໄສຢູ່ລາວ ແລະ ລູກຫຼານຄົນລາວພາຍໃນແຂວງສະຫວັນນະເຂດເນື່ອງໃນໂອກາດ ເປີດສົກຮຽນໃໝ່ 2019-2020 ທະນາຄານຮ່ວມທຸລະກິດລາວ-ຫວຽດ ສາຂາສະຫວັນນະເຂດ ໄດ້ມອບເງິນຊ່ວຍເຫຼືອຈຳນວນ 7 ພັນໂດລາ ເທົ່າກັບ 60 ລ້ານກວ່າກີບເພື່ອປະກອບສ່ວນເປັນທຶນຊື້ພາຫະນະຮັບສົ່ງນັກຮຽນ ແລະ ອຸປະກອນການຮຽນ-ການສອນ ພ້ອມທັງແນໃສ່ເປັນລະບົບການຈັດຕັ້ງແຜນຄຸ້ມຄອງດ້ວຍແທດ   ເໝາະກັບລະດັບຄວາມສາມາດຄູທຸກໆຊັ້ນຮຽນ ແລະຍົກລະດັບຄຸນນະພາບໃຫ້ດີຂຶ້ນກວ່າເກົ່າ.

ພ້ອມດຽວກັນນັ້ນຢູ່ໃນເດືອນກັນຍາ 2019 ທະນາຄານຮ່ວມ ທຸລະກິດລາວ-ຫວຽດ ຍັງໄດ້ປະກອບສ່ວນຊ່ວຍເຫຼືອປະຊາຊົນປະສົບໄພນໍ້າຖ້ວມມາແລ້ວ 2 ຄັ້ງ ເຊັ່ນ: ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ ແຂວງສະຫວັນນະເຂດ ແລະແຂວງ ອັດຕະປື ລວມມູນຄ່າ 42 ລ້ານ ກີບ ແລະເທື່ອນີ້ແມ່ນເປັນຄັ້ງທີ 3 ໃຫ້ການປະກອບສ່ວນຊ່ວຍເຫຼືອສັງ ຄົມເພື່ອເປັນການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນບັນດາແຂວງພາກໃຕ້ທີ່ປະສົບໄພນໍ້າຖ້ວມ.

---------------