ອາດສະພອນລວມຍອດ ຜະລິດຕະພັນພາຍໃນບັນລຸ 587 ຕື້ກວ່າກີບ

   ເມືອງອາດສະພອນເປັນເມືອງໜຶ່ງຂອງແຂວງສະຫວັນນະເຂດ ໂດຍໃນໄລຍະຜ່ານມາການນຳເມືອງໄດ້ເອົາໃຈໃສ່ຢ່າງຕໍ່ເນື່ອງໃນການພັດທະນາເສດຖະກິດ-ສັງຄົມໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຊຶ່ງໄດ້ມີຫຼາຍໆໂຄງການພັດທະນາພື້ນຖານໂຄງລ່າງ ແລະ ອື່ນໆສະເພາະດ້ານລວມຍອດຜະລິດຕະພັນພາຍໃນຂອງເມືອງບັນລຸໄດ້ 587,86 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນ 281 ໂດລາຕໍ່ ຄົນຕໍ່ປີ.

  ທ່ານ ແສງທອງ ວັງແກ້ວມະ ນີ ໄດ້ລາຍງານຜົນສຳເລັດການ ເຄື່ອນໄຫວການຊີ້ນຳໆພາວຽກງານຂອງຕົນໃນໄລຍະທີ່ໄດ້ຮັບໜ້າທີ່ເປັນເລຂາພັກເມືອງເຈົ້າເມືອງອາດສະພອນ ເລີ່ມຕັ້ງແຕ່ວັນທີ 15 ກຸມພາ 2016 ເປັນຕົ້ນມາໃນພິທີມອບ-ຮັບໜ້າທີ່ໃໝ່ວ່າ: ທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງອາດ ສະພອນຂອງພວກເຮົາແມ່ນມີຄວາມສະຫງົບໂດຍພື້ນຖານສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ດ້ານເສດຖະກິດໄດ້ເອົາໃຈໃສ່ຊີ້ນຳໆພາເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 587,86 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ 281 ໂດລາ ຕໍ່ຄົນຕໍ່ປີ, ອັດຕາການເຕີບໂຕຂອງເສດຖະກິດ 7,8%, ທາງດ້ານກະສິກຳມີເນື້ອທີ່ນາປີ 19 ພັນເຮັກຕາ, ສະມັດຖະພາບ 4,15 ໂຕນຕໍ່ເຮັກຕາ, ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງເສັ້ນທາງທາງເຊື່ອມຕໍ່ບ້ານຫາບ້ານດ້ວຍ ກຳລັງແຮງຂອງປະຊາຊົນ, ໄດ້ຍາດແຍ່ງໂຄງການເສັ້ນທາງປູຍາງສອງຊັ້ນແຕ່ເສັ້ນທາງເລກທີຫາເທສະບານເມືອງອາດສະພອນ ແລະເສັ້ນທາງຈາກເທສະບານເມືອງໄປຫາທາງເລກທີ 10 ໄລຍະທາງ 50 ກິໂລແມັດ, ຂົວ 30 ແຫ່ງ, ສຳເລັດການກໍ່ສ້າງຫ້ອງວ່າການຫຼັງໃໝ່, ສະໂມສອນຫຼັງໃໝ່ ແລະ ສຳເລັດໃນການຍາດແຍ່ງເອົາໂຄງການກໍ່ສ້າງລະບົບນໍ້າປະປາຢູ່ໃນເທສະບານເມືອງ ແລະຢູ່ຈຸດສຸມໂນນມີໄຊກຳລັງຢູ່ໃນຂັ້ນຕອນກະກຽມການປະມູນ.

  ນອກນັ້ນວຽກງານວັດທະນະທຳ-ສັງຄົມໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມວຽກງານການສຶກສາ ແລະກີລາສາມາດປະກາດເມືອງຈົບປະຖົມ ແລະມັດທະຍົມບຳລຸງໄດ້ສຳເລັດ, ວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວກໍ່ໄດ້ເອົາໃຈໃສ່ຊີ້ນຳໆພາ ແລະສົ່ງເສີມດ້ວຍບາດກ້າວອ່ັນໃໝ່ໂດຍສະເພາະສົ່ງເສີມຮີດຄອງປະເພນີ-ວັດທະນະທຳບັນດາເຜົ່າທີ່ມີພາຍໃນເມືອງຕິດພັນກັບການສົ່ງເສີມການທ່ອງທ່ຽວພາຍໃນເມືອງຊຶ່ງໄດ້ຈັດຄະຣະວານທ່ອງທ່ຽວພາຍໃນເມືອງໄດ້ 4 ຄັ້ງ, ມີແຫຼ່ງທ່ອງທ່ຽວທັງໝົດ 27 ແຫ່ງ ແລະສຳເລັດການຂຽນປຶ້ມປະຫວັດສາດຂອງເມືອງອາດສະພອນ ໂດຍພື້ນຖານ ແລະປັບປຸງຄຳຄ່ອງຂອງເມືອງໃຫ້ມີຄວາມສອດຄ່ອງຫຼາຍຂຶ້ນ.

----------------

ໜັງສືພິມເສດຖະກິດ-ສັງຄົມ