ເສດຖະກິດຫວຽດນາມ ໃນໄຕມາດ 3 ເຕີບໂຕ 7,31%

  ສຳນັກງານສະຖິຕິແຫ່ງຊາດຂອງ ສສ ຫວຽດນາມ ຖະແຫຼງໃນທ້າຍອາທິດທີ່ຜ່ານມາວ່າເສດຖະກິດຫວຽດນາມ ໃນໄຕມາດ 3 ຂອງປີ 2019 ນີ້ຂະຫຍາຍຕົວ 7,31% ຈາກໄຕມາດດຽວກັນຂອງປີກ່ອນ.

  ຕາມຂ່າວຕ່າງປະເທດລາຍງານວ່າຂໍ້ມູນຂອງສຳນັກງານສະຖິຕິແຫ່ງຊາດຫວຽດນາມລະບຸວ່າອຸດສາຫະກຳແປຮູບ ແລະການຜະລິດໃນເດືອນກໍລະກົດ-ກັນຍາປີນີ້ເຕີບ ໂຕເຖິງ 10,5% ຈາກໄລຍະເວລາດຽວກັນຂອງປີກ່ອນສ່ວນຂະແໜງການບໍລິການເຕີບໂຕ 7,11% ສ່ວນຂະແໜງກະສິກຳເຕີບໂຕພຽງ 1,53% ນອກຈາກນີ້ຍັງໄດ້ປັບປຸງຕົວເລກການຂະຫຍາຍຕົວຂອງຕົວເລກຜະລິດຕະພັນພາຍໃນ (ຈີດີພີ) ໄຕມາດ 2 ຈາກ 6,71% ເປັນ 6,73%, ກ່ອນໜ້ານີ້ທະນາຄານພັດທະນາອາຊີແຈ້ງວ່າຍັງຮັກສາຄາດຄະເນຈີດີພີຫວຽດນາມຈະຂະຫຍາຍຕົວ 6,8% ໃນປີນີ້ ແລະ 6,7% ໃນປີໜ້າ.

 ຢ່າງໃດກໍຕາມຫຼາຍປະເທດໃນອາຊຽນຢູ່ໃນກຸ່ມເສດຖະກິດເຕີບໂຕຫຼຸດລົງໂດຍໃນຟິລິບປິນເສດຖະກິດໄຕມາດ 2 ຂະຫຍາຍຕົວພຽງ 5,5% ຫຼຸດລົງຈາກໄຕມາດໜຶ່ງເລັກນ້ອຍນັບເປັນການຂະຫຍາຍຕົວຊ້າທີ່ສຸດໃນຮອບ 4 ປີ ສ່ວນກຸ່ມທີ່ຮັກສາອັດຕາການເຕີບໂຕເສດຖະກິດໄວ້ໄດ້ມີພຽງມາເລເຊຍໄຕມາດ 2 ຈີດີພີຂະຫຍາຍຕົວ 4,9% ຫຼາຍກວ່າໄຕມາດທຳອິດ.

----------------

ໜັງສືພິມເສດຖະກິດ-ສັງຄົມ