ຈີນ ແຈກໂທລະພາບ 6,2 ແສນໜ່ວຍ ຊົມງານສະຫຼອງວັນຊາດ

  ວັນທີ 1 ຕຸລາ ເປັນວັນຊາດຂອງ ສປ ຈີນ ຄົບຮອບ  70 ປີ ການກໍ່ຕັ້ງພັກກອມມູນິດ ແລະສະຖາປານາສາທາລະນະລັດປະຊາຊົນຈີນຊຶ່ງປີນີ້ລັດຖະບານຈະຈັດງານ ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ເພື່ອໃຫ້ຜູ້ຄົນທົ່ວໂລກໄດ້ເຫັນເຖິງຄວາມຈະເລີນກ້າວໜ້າຈາກການພັດທະນາໃນທຸກໆດ້ານ.

  ຕາມຂ່າວຕ່າງປະເທດລາຍງານວ່າງານສະຫຼອງຈະຈັດຢູ່ຈຸດສູນກາງລານຈະຕຸລັດທຽນອັນເໝິນ ໃນກາງນະຄອນຫຼວງປັກກິ່ງຄືກັບທຸກໆປີນອກຈາກແຂກຜູ້ມີກຽດ, ຜູ້ນໍາຈາກຕ່າງປະເທດທົ່ວໂລກທີ່ໄດ້ຮັບເຊີນເຂົ້າຮ່ວມແລ້ວຍັງມີປະຊາຊົນຈີນຜູ້ໂຊກດີອີກປະມານ 1 ແສນຄົນ ຈາກທຸກພາກສ່ວນຂອງສັງຄົມທົ່ວປະເທດໄດ້ຮັບຄັດເລືອກໃຫ້ເຂົ້າຮ່ວມງານພິທີໂດຍລັດຖະບານຈະອອກຄ່າໃຊ້ຈ່າຍໃຫ້ທັງໝົດລວມທັງຄ່າເດີນທາງ, ທີ່ພັກ ແລະເງິນອັດຕາກິນສຳລັບນັກທ່ອງທ່ຽວເມືອງຫຼວງກ່ອນເດີນທາງກັບເຮືອນພາຍຫຼັງສຳເລັດງານສະເຫຼີມສະຫຼອງ, ຊຶ່ງປີນີ້ລັດຖະບານຈີນຍັງປະກາດແຈກໂທລະພາບໜ້າຈໍແອລຊີດີຂະໜາດ 32 ນີ້ວຫຼາຍກວ່າ 620.000 ໜ່ວຍ ໂດຍຫຼາຍຍີ່ຫໍ້ຜະລິດຢູ່ໃນຈີນໃຫ້ກັບຄອບຄົວຊາວບ້ານຖານະທຸກຍາກໃນທ້ອງຖິ່ນຊົນນະບົດທຸກມົນທົນທີ່ບໍ່ເຄີຍມີໂທລະພາບມາກ່ອນເພື່ອຈະໄດ້ຮັບຊົມການຖ່າຍທອດສົດ ງານສະເຫຼີມສະຫຼອງອັນຍີ່ງໃຫຍ່.

  ງານສະເຫຼີມສະຫຼອງວັນຊາດໃນປີນີ້ສິ່ງທີ່ຊາວຈີນທົ່ວປະເທດ ແລະທົ່ວໂລກເຝົ້າຕິດຕາມລໍຖ້າເບິ່ງນອກຈາກການກ່າວສູນທອນພົດຂອງທ່ານ ສີ ຈິ້ນຜິງ ປະທານ ປະ ເທດຈີນແລ້ວເຮົາຍັງຈະໄດ້ເຫັນການສວນສະໜາມຂອງກອງທັບ ແລະຂະບວນຍ່າງຂອງຂະແໜງເອກະຊົນ ແລະລັດ ຊຶ່ງຍັງຈະມີການສະແດງອາວຸດຍຸດໂທປະກອນ ແລະເຕັກໂນໂລຊີທີ່ທັນສະໄໝເກືອບທຸກຊະນິດທີ່ຈີນພັດທະນາໄດ້ໃຫ້ຊາວໂລກໄດ້ເຫັນ.

------------------

ໜັງສືພິມເສດຖະກິດ-ສັງຄົມ