ອັດຕະປື ຈະໃຫ້ເສດຖະກິດຂະຫຍາຍຕົວຢູ່ໃນລະດັບ 7,16 ເປີເຊັນ

 ໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງຄັ້ງທີ 9 ສະໄໝທີ 10 ລະຫວ່າງວັນທີ 16-18 ມັງກອນ 2019 ຄະນະບໍລິຫານງານພັກແຂວງໄດ້ມີການສຳຫຼວດກວດກາສະພາບການຜັນຂະຫຍາຍ ແລະຕີລາຄາຜົນການຈັດຕັ້ງປະຕິບັດມະຕິ X ໃນໄລຍະຜ່ານມາຊຶ່ງເຫັນວ່າມີຫຼາຍດ້ານມີຜົນສຳເລັດພົ້ນເດັ່ນເຊັ່ນ: ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ແມ່ນຮັບປະກັນໄດ້ສະຖຽນລະພາບ ແລະຄວາມໝັ້ນຄົງທາງການເມືອງອັນໜັກແໜ້ນ, ເຮັດໃຫ້ສັງຄົມມີຄວາມສະຫງົບ-ປອດໄພ ແລະເປັນລະບຽບຮຽບຮ້ອຍໂດຍພື້ນຖານຊຶ່ງເປັນເງື່ອນໄຂອຳນວຍໃຫ້ການພັດທະນາຢ່າງຕໍ່ເນື່ອງ, ປະຊາຊົນໄດ້ທຳມາ ຫາກິນໂດຍສັນຕິສຸກ,ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງໂດຍພື້ນຖານອັນໄດ້ປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນເປັນກ້າວໆມາ,ພ້ອມກັນນີ້້ກໍເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ ແລະປະຊາຊົນບັນດາຊັ້ນຄົນໄດ້ຮັບການປັບປຸງດີຂຶ້ນ, ດ້ານການພັດທະນາຊົນນະບົດຕິດພັນກັບການແກ້ໄຂຄວາມທຸກຍາກແມ່ນໄດ້ປະຕິບັດທິດທາງໜ້າທີ່ຈຸດສຸມທີ່ກຳນົດໄວ້ໃນມະຕິ X ຢ່າງຕັ້ງໜ້າກໍຄືການສ້າງບ້ານພັດທະນາຕາມ 4 ເນື້ອ ໃນ 4 ຄາດໝາຍຢ່າງມີຈຸດສຸມ ແລະມີການຈັດຕັ້ງຊີ້ນຳຢ່າງເລິກຊຶ່ງອັນໄດ້ກໍໃຫ້ເກີດມີຂະບວນການພົ້ນເດັ່ນ ແລະມີບັນຍາກາດຟົດຟື້ນມາເຖິງປະຈຸບັນ.

  ທ່ານ ທະນູໄຊ ບັນຊາລິດ ຫົວຫ້ອງວ່າການປົກຄອງແຂວງອັດຕະປື ກ່າວວ່າ: ໃນຊຸມປີຜ່ານມາເສດຖະກິດ-ສັງຄົມຂອງແຂວງມີການຂະຫຍາຍຕົວຢູ່ໃນລະ ດັບພື້ນຖານກໍຕາມແຕ່ກໍຍັງມີບາງວຽກພື້ນຖານອັນຈຳເປັນທີ່ຈະຕ້ອງໄດ້ສຸມໃສ່ບຸກບືນສູ້ຊົນໃຫ້ມີຜົນສຳເລັດຫຼາຍກວ່າເກົ່າໃນຕໍ່ໜ້າໂດຍສະເພາະແມ່ນການປະຕິບັດ 4 ວາລະໃຫຍ່ຂອງແຂວງ, ການຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ແລະງົບປະມານ 5  ປີ ຄັ້ງທີ 8, ການສຳຫຼວດຄືນຖານລາຍຮັບ ຂອງແຂວງ ແລະ ການເກັບກູ້ໜີ້ສິນຕ່າງໆຕະຫຼອດເຖິງການແບ່ງຂັ້ນຄຸ້ມຄອງລະຫວ່າງແຂວງກັບເມືອງຕາມທິດສາມສ້າງ ແລະ ສຸມໃສແກ້ໄຂໄພພິບັດຢູ່ເມືອງສະໜາມໄຊ ໃຫ້ສຳເລັດຕາມແຜນການທີ່ວາງໄວ້. 

  ໃນທິດທາງແຜນພັດທະນາເສດຖະກິດ-ສັງຄົມປີນີ້ຈະເຮັດໃຫ້ອັດຕາການເຕີບໂຕຂອງເສດຖະກິດ (GDP) ຂະຫຍາຍຕົວຢູ່ໃນລະດັບ 7,16%, ຫຼຸດມະຕິສະພາ 0,84% (ມະຕິສະພາ 8%) ສ້າງມູນຄ່າເພີ່ມຕາມລາຄາໄດ້ 2.395 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ປະມານ 1.964 ໂດລາ ຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 16,1 ລ້ານກີບ ( ອັດຕາແລກປ່ຽນ 1 ໂດລາ/8.200 ກີບ) ໃນນັ້ນ: ຂະແໜງກະສິກຳຂະຫຍາຍຕົວເພີ່ມຂື້ນ 3,81% ກວມເອົາ 25,48% ຂອງ GD P; ຂະແໜງອຸດສາຫະກຳຂະຫຍາຍຕົວເພີ່ມຂຶ້ນ 11,07% ກວມເອົາ 35,47% ຂອງ GDP; ຂະແໜງບໍລິການຂະຫຍາຍຕົວເພີ່ມຂຶ້ນ 16,2% ກວມເອົາ 39,05% ຂອງ GDP ການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ເຫັນວ່າຍັງສືບຕໍ່ຂະຫຍາຍຕົວຢູ່ໃນຈັງຫວະທີ່ຊ້າລົງ; ສູ້ຊົນຫຼຸດຜ່ອນຄອບຄົວທຸກຍາກໃຫ້ຫຼຸດລົງຍັງເຫຼືອ 7% ຂອງຈຳນວນຄົວເຮືອນທັງໝົດໃນທົ່ວແຂວງ ແລະບ້ານທຸກຍາກຫຼຸດລົງໃຫ້ຍັງ ເຫຼືອ 9% ຂອງຈໍານວນບ້ານທັງ ໝົດ, ສູ້ຊົນສ້າງບ້ານພັດທະນາໃຫ້ໄດ້ 60%, ສູ້ຊົນສ້າງຄອບຄົວພັດທະນາໃຫ້ໄດ້ 80%, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ 1 ແຫ່ງ,ສ້າງເມືອງໃຫ້ກາຍເປັນເມືອງເຂັ້ມແຂວງໃຫ້ໄດ້ 1 ເມືອງ,ສ້າງຄອບຄົວວັດທະນະທຳໃຫ້ໄດ້ 1.500 ຄອບຄົວ,ສ້າງບ້ານວັດທະນະທຳໃຫ້ໄດ້ 10 ບ້ານ, ອອກໃບຕາດິນໃຫ້ໄດ້ 4.000 ຕອນ ແລະຂຶ້ນບັນຊີສຳມະໂນທີ່ດິນໃຫ້ໄດ້ 10.000 ຕອນ.

  ເພື່ອໃຫ້ຜົນສຳເລັດບັນລຸໄດ້ຕາມເປົ້າໝາຍທີ່ວາງໄວ້ນີ້ແມ່ນເກີດຈາກທີ່ແຂວງອັດຕະປືເຮົາມີເງື່ອນໄຂ ແລະປັດໄຈອຳນວຍຫຼາຍຢ່າງຊຶ່ງໃນນັ້ນອັນພື້ນຖານ ແມ່ນສະຖຽນລະພາບ ແລະ ຄວາມສະຫງົບ, ຄວາມໝັ້ນທ່ຽງຂອງນະໂຍບາຍ ແລະຄວາມສະເໝີຕົ້ນສະເໝີປາຍໃນການຈັດຕັ້ງປະຕິບັດ, ປະຊາຊົນມີຄວາມ ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ ແລະລັດ, ມີຄວາມສາມັກຄີພາຍໃນ, ສະມາຊິກພັກ-ພະນັກງານມີນ້ຳໃຈຮັກຊາດ-ຮັກ ປະຊາຊົນ, ກຳແໜ້ນແນວທາງນະໂຍບາຍ ແລະມີຄວາມຕື່ນຕົວປະຕິບັດໜ້າທີ່ເວົ້າລວມຜົນສຳເລັດການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະລັດໃນໄລຍະທ້າຍສະໄໝ.