ວິທະຍາໄລເຕັກນິກວິຊາຊີບຄຳມ່ວນ ຕ້ອງການຄູສອນ

  ທ່ານ ວຽງສະຫວັນ ພັດທະວົງ ຜູ້ອຳນວຍການວິທະຍາໄລເຕັກນິກວິຊາຊີບແຂວງຄຳມ່ວນໃຫ້ສຳພາດຕໍ່ນັກຂ່າວທ້ອງຖິ່ນກ່ຽວກັບສະພາບການຮຽນ-ການສອນ ແລະແຜນພັດທະນາການ ສຶກສາສົກປີ 2019-2020 ໃຫ້ ຮູ້ວ່າ: ວິທະຍາໄລເຕັກນິກວິຊາຊີບ ແຂວງຄຳມ່ວນ ໃນເບື້ອງຕົ້ນແມ່ນມີຊື່ວ່າໂຮງຮຽນຊົນເຜົ່າຊົນນະບົດໄດ້ຮັບການສ້າງຕັ້ງໃນປີ 1965 ໂດຍເລີ່ມຈັດຕັ້ງການຮຽນ-ການສອນໃນ 2 ສາຂາວິຊາຄື: ກໍ່ສ້າງ ແລະຊ່າງໄມ້, ມາຮອດປີ 1997 ຈຶ່ງໄດ້ປ່ຽນຊື່ມາເປັນໂຮງຮຽນເຕັກ

ນິກວິຊາຊີບແຂວງ, ໃນປີ 2002  ໄດ້ຮັບການພັດທະນາຢ່າງຮອບດ້ານທັງດ້ານພັດທະນາພື້ນຖານໂຄງລ່າງ ແລະການຈັດຝຶກອົບຮົມຕ່າງໆ ໂດຍໄດ້ຮັບການສະໜັບ ສະໜູນຈາກປະເທດລຸກຊຳ ບວກ, ມາຮອດປີ 2013 ຈຶ່ງໄດ້ ປ່ຽນມາເປັນວິທະຍາໄລເຕັກນິກວິ ຊາຊີບ ຊຶ່ງໃນປະຈຸບັນແມ່ນມີພະນັກງານຄູ-ອາຈານທັງໝົດ 132 ທ່ານ ແລະໄດ້ຈັດຕັ້ງການຮຽນ-ການສອນໃນ 7 ພາກ ແລະ17 ສາຂາວິຊາຄື: ແປຮູບອາຫານ, ອາຫານ-ໂຮງແຮມ, ທ່ອງທ່ຽວ, ຕັດຫຍິບ, ໄຟຟ້າເຕັກນິກ, ໄຟຟ້າ ເຄື່ອງເຢັນ, ກໍ່ສ້າງ, ຊ່າງໄມ້, ສ້ອມແປງທົ່ວໄປ, ລົດຍົນ, ໄອທີ, ພະນັກງານຂາຍ, ບັນຊີ, ຄອມພິວເຕີທຸລະກິດ, ເລຂານຸການ, ປູກຝັງ ແລະ ລ້ຽງສັດ.

ນອກຈາກຈັດຕັ້ງປະຕິບັດແຜນການຮຽນ-ການສອນໃນພາກປົກ ກະຕິແລ້ວທາງວິທະຍາໄລຍັງໄດ້ປະຕິບັດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານອາຊີວະສຶກ ສາ ໂດຍການສະໜັບສະໜູນການ ຝຶກອົບຮົມໃຫ້ໄວໜຸ່ມຜູ້ດ້ອຍໂອ ກາດທີ່ຢູ່ໃນລະຫວ່າງອາຍຸ 15-35 ປີ ໄດ້ເຂົ້າມາຝຶກອົບຮົມໄລຍະສັ້ນພ້ອມທັງຕອບສະໜອງເບ້ຍລ້ຽງ ຈຳນວນ 6,2 ແສນກີບຕໍ່ເດືອນ ແລະສະໜອງອຸປະກອນການຮຽນ ອີກຈຳນວນໜຶ່ງ, ສະເພາະສົກປີ 2018-2019ວິທະຍາໄລໄດ້ສ້າງ ບຸກຄະລາກອນອອກຮັບໃຊ້ສັງຄົມ ທັງພາກປົກກະຕິ ແລະຝຶກອົບຮົບ ໄລຍະສັ້ນໄດ້ທັງໝົດ 2.900 ກວ່າ ຄົນ, ສຳລັບແຜນການພັດທະນາ ການສຶກສາທາງວິທະຍາໄລແມ່ນມີແຜນຈະຂະຫຍາຍສາຂາວິຊາອອກເປັນສາຂາລະອຽດຕື່ມເປັນຕົ້ນ ການປະມົງ, ການລ້ຽງສັດປີກ, ສັດໃຫຍ່, ການຄ້າເອເລັກໂຕຼນິກ, ຄອມພິວເຕີກຼາບຟິກ ແລະອື່ນໆ.

ສະເພາະສົກປີ 2019-2020 ມີນັກຮຽນເຂົ້າມາສະໝັກຈຳນວນ 2 ພັນກວ່າຄົນ ແລະໄດ້ເປີດການຮຽນ-ການສອນມາແຕ່ຕົ້ນເດືອນກັນຍາເປັນຕົ້ນມາໃນນີ້ສາຂາທີ່ນັກຮຽນມາລົງທະບຽນຫຼາຍກວ່າໝູ່ແມ່ນສາຂາຕັດຫຍິບ, ໄຟຟ້າ ແລະ ໄອທີ, ສ່ວນການຝຶກອົບຮົມໄລຍະສັ້ນແມ່ນຍັງສືບຕໍ່ຮັບສະໝັກເປັນຕົ້ນສາຂາປຸງແຕ່ງອາຫານ, ກໍ່ສ້າງ, ຊ່າງໄມ້, ປູກຝັງ-ລ້ຽງສັດ ແລະ ອື່ນໆ ໂດຍມີເບ້ຍລ້ຽງໃຫ້ຖ້າຫາກມີຄວາມສົນໃຈແມ່ນສາມາດເຂົ້າມາຕິດຕໍ່ພົວພັນທາງວິທະຍາໄລ ໄດ້ຢ່າງຕໍ່ເນື່ອງ. ໂອກາດນີ້ທ່ານ ວຽງສະຫວັນ ພັດທະວົງ ຍັງໄດ້ຮຽກຮ້ອງມາຍັງຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະພາກສ່ວກ່ຽວຂ້ອງໃຫ້ການສະໜັບສະໜູນທາງດ້ານຂະຫຍາຍຫໍພັກ, ອາຄານຮຽນ ແລະສະໜອງພະນັກງານຄູໃນບາງສາຂາວິຊາທີ່ຍັງຂາດຄູສອນໂດຍສະເພາະສາຂາປູກຝັງ-ລ້ຽງສັດ ແລະສາຂາອື່ນໆ ເພື່ອສະໜອງຄູສອນໃຫ້ພຽງ ພໍກັບຄວາມຕ້ອງການ ແລະຮອງຮັບໃຫ້ແກ່ການຂະຫຍາຍສາຂາວິຊາໃນຕໍ່ໜ້າ.

----------------

ໜັງສືພິມເສດຖະກິດ-ສັງຄົມ