ຍີ່ປຸ່ນຄວ້າແຊ້ມບານເຕະຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງແຊ້ມອາຊີ 2019

 ການແຂ່ງຂັນບານເຕະຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງແຊ້ມອາ ຊີ 2019 ລະຫວ່າງວັນທີ 15-28 ກັນຍາ 2019 ທີ່ ແຂວງຊົນບູລີ ປະເທດໄທ ຮອບຊີງຊະນະເລີດ ສປປ ເກົາຫຼີ ແຊ້ມເກົ່າ 2 ສະໄໜ ພົບກັບ ຍີ່ປຸ່ນ ອະດີດແຊ້ມ 3 ສະໄໜ.

ໃນນັດນີ້ ສປປ ເກົາຫຼີ ແຊ້ມ ເກົ່າໄດ້ປະຕູຂຶ້ນນຳໄປກ່ອນຈາກການຍິງຈຸດໂທດໃນນາທີ 9, ແຕ່ ໃນນາທີຕໍ່ມາຖືກຍີ່ປຸ່ນ ຍິງແຊງ ໄປໄດ້ 2 ປະຕູ ໃນນາທີ 19 ແລະ 23 ສ່ວນໃນເວລາທີ່ເຫຼືອແມ່ນບໍ່ສາມາດຍິງປະຕູໄດ້ຈົນຈົບເກມ ການແຂ່ງຂັນຍີ່ປຸ່ນເອົາຊະນະ ສປປ ເກົາຫຼີ 2-1 ປະຕູ.

ຍີ່ປຸ່ນຄວ້າແຊ້ມເປັນສະໄໜທີ 4 ແລະຫຼາຍທີ່ສຸດໃນລາຍການນີ້ຈາກການເຂົ້າຊີງ 6 ຄັ້ງ, ສ່ວນ ສປປ ເກົາຫຼີ ຮອງແຊ້ມເປັນສະໄໜ ທີ 4 ຈາກການເຂົ້າຊີງ 7 ຄັ້ງ ຄວ້າ ແຊ້ມ 3 ສະໄໜ, ຍີ່ປຸ່ນເອົາຊະນະ ສປປ ເກົາຫຼີ ເປັນຄັ້ງທີ 3 ຈາກການພົບກັນໃນນັດຊີງ 6 ຄັ້ງ, ຍີ່ ປຸ່ນ ແລະສປປ ເກົາຫຼີ ໄດ້ສິດໄປ ແຂ່ງຂັນບານໂລກຍິງຮຸ່ນອາຍຸບໍ່ ເກີນ 17 ປີ ທີ່ປະເທດອິນເດຍ ໃນລະຫວ່າງວັນທີ 2-21 ພະຈິກ 2020.

ສ່ວນຄູ່ຊີງໃນອັນດັບ 3  ສປ ຈີນ ພົບກັບອົດສະຕຣາລີ ຜ່ານການແຂ່ງຂັນ ສປ ຈີນ ເອົາຊະນະອົດສະຕຣາລີ 2-1 ປະຕູ ຄວ້າອັນດັບທີ 3 ເປັນຄັ້ງທີ 4 ຈາກການຊີງອັນດັບ 36 ຄັ້ງ, ສ່ວນອົດສະ ຕຣາລີ ໄດ້ອັນດັບ 4 ເປັນຄັ້ງທີ 2 ຈາກການຊີງອັນດັບ 32 ຄັ້ງ, ດ້ານລາງວັນນັກເຕະດີເດັ່ນເປັນ ຂອງຮານອນ ນິຊີໂອະ ກອງໜ້າທິມຊາດຍີ່ປຸ່ນ ຄວ້າລາງວັນດາວ ຍິງສູງສຸດຍິງ 5 ປະຕູ ໄມກະຮາມະໂນະ ກອງໜ້າທິມຊາດຍີ່ປຸ່ນ ແລະລາງວັນທິມດີເດັ່ນ ສປປ ເກົາ ຫຼີ.

ການແຂ່ງຂັນບານເຕະຍິງຮຸ່ນ ອາຍຸບໍ່ເກີນ 16 ປີ ຊີງແຊ້ມອາຊີ 2019 ລະຫວ່າງວັນທີ 15-28 ກັນຍາ 2019 ທີ່ແຂວງຊົນບູລີ ປະເທດໄທ, ມີທັງໝົດ 8 ທິມ ແລະໄດ້ແບ່ງອອກເປັນກຸ່ມ A ແລະB,ກຸມ A ມີ ທິມຊາດໄທ, ຍີ່ປຸ່ນ, ອົດສະຕຣາລີ ແລະທິມຊາດບັງກາລາເທດ, ສ່ວນກຸ່ມ B ທິມຊາດ ສປປ ເກົາຫຼີ ສ.ເກົາຫຼີ, ສປ ຈີນ ແລະ ທິມຊາດຫວຽດນາມ.

 ----------------------

 ໜັງສືພິມເສດຖະກິດ-ສັງຄົມ