ສາເຫດການຊື້/ປ່ຽນໄອໂຟນໜ້ອຍລົງຍ້ອນຂາດ ນະວັດຕະກຳເປັນຫຼັກ

  ໃນບໍ່ທໍ່ໃດປີຜ່ານມານີ້ລາຄາຂອງ iPhone ມີທ່າອຽງທີ່ຈະສູງຂຶ້ນເລື້ອຍໆສວນທາງກັບຄວາມໃໝ່ ຫຼື ນະວັດຕະກຳທີ່ບໍ່ໄດ້ມີຫຍັງເດັ່ນເປັນພິເສດດ້ານ Stra tegy Analytics ລາຍງານຜົນວິເຄາະໄປໃນທິດທາງດຽວກັນວ່າທີ່ຍອດຂາຍ iPhone ຫຼຸດລົງຢ່າງຕໍ່ເນື່ອງເພາະຜູ້ໃຊ້ງານບໍ່ເຫັນນະວັດຕະກຳໃໝ່ໆເລີຍ.

Strategy Analytics ລະບຸວ່າຜູ້ໃຊ້ງານຈະໃຊ້ iPhone ໜ່ວຍເກົ່າເປັນເວລາສະເລ່ຍ 18 ເດືອນ (ຄົນຂຽນໃຊ້ iPhone 6s ເຂົ້າປີທີ 3 ແລ້ວ)ໃນຂະນະທີ່ຜູ້ໃຊ້ ງານ Samsung ຈະໃຊ້ໜ່ວຍເກົ່າຢູ່ປະມານ 16,5 ເດືອນກ່ອນຊື້ ໜ່ວຍໃໝ່ ໂດຍ 1/5 ຂອງຜູ້ໃຊ້ ງານຜິວຂາວເລືອກໃຊ້ສະມາດ ໂຟນໜ່ວຍເກົ່າເປັນໄລຍະເວລາ 3 ປີສ່ວນຜູ້ໃຊ້ງານລຸ້ນ Baby Boomer ເລືອກໃຊ້ໜ່ວຍເກົ່າຫຼາຍກວ່າ 3 ປີ.

ຜົນສຳຫຼວດພົບວ່າຜູ້ໃຊ້ງານ 7% ເລືອກທີ່ຈະລົງທຶນເຖິງ 1.000 ໂດລາສະຫະລັດ (ລາຄາເທົ່າ iPhone XS ໜ່ວຍໜຶ່ງ)ຫາກຕ້ອງອັບເກຣດ ຫຼື ຊື້ສະມາດ ໂຟນໜ່ວຍໃໝ່ນອກຈາກນີ້  Devid Kerr ຮອງປະທານຂອງ Stra tegy Analytics ກ່າວວ່າລູກຄ້າກຳລັງລໍຕົວການຊື້ສະມາດໂຟນເນື່ອງຈາກນະວັດຕະກຳກຳລັງເຖິງຈຸດອີ່ມຕົວແລ້ວສຸດທ້າຍຄືເລື່ອງສະມາດໂຟນ ແລະ5G  ທາງ Strategy Analytics ວິເຄາະວ່າບັນຫາຕໍ່ໄປຈະປ່ຽນເລື່ອງຂອງລາຄາເນື່ອງຈາກຄວາມໃໝ່ຂອງເຕັກໂນໂລຊີຜົນສຳຫຼວດຜູ້ໃຊ້ງານ ¼ ຄົນລະບຸວ່າ 5G ຈະເປັນຕົວເລືອກສຳຄັນໃນການຊື້ສະມາດໂຟນໜ່ວຍໃໝ່.

ຜົນສຳຫຼວດອື່ນໆທີ່ໜ້າສົນໃຈ ອີກຄື:

- Apple  ແລະSamsung  ມີຜູ້ໃຊ້ງານທີ່ມີຄວາມສັດທາຕໍ່ແບຣນຫຼາຍທີ່ສຸດ (Brand Loyalty)ສູງຫຼາຍກວ່າ 70%

-Samsung ເປັນຜູ້ນຳຕະຫຼາດກຸ່ມຜູ້ໃຊ້ງານ Gen X ສ່ວນ Gen Z ຈະເລືອກຊື້ iPhone ຫຼາຍກວ່າ.

-ກ້ອງເປັນປັດໄຈສຳຄັນຂອງຜູ້ໃຊ້ງານກຸ່ມ Gen Z ແລະຜູ້ໃຊ້ ງານເພດຍິງ.

---------------------

ໜັງສືພິມເສດຖະກິດ-ສັງຄົມ