ຮູບເງົາເລື່ອງສະປາຍເດີແມ່ນ ກຽມສາຍໃນປີ 2021

  ໂຊນີ (sony) ຄ່າຍຮູບເງົາຊື່ດັງດຶງເອົາຮູບເງົາແມງມູມສະປາຍເດີແມ່ນ (Spiderman) ຈາກສະຕູດີໂອມາເວລໄປສ້າງເອງ ຫຼັງຈາກພາກ 2 ຄື Spider manFar from hom ປະສົບຄວາມສຳ ເລັດສ້າງລາຍໄດ້ມະຫາສານ.

ໂດຍສັນຍາຄວາມຮ່ວມມືສະບັບເກົ່າມາເວລເປັນຜູ້ສ້າງຮູບເງົາ ສະປາຍເດີແມນ ໂດຍໂຊນີເປັນຜູ້ ອອກທຶນສ້າງຄອງສິດຈຳໜ່າຍ ແລະລາຍໄດ້ສ່ວນມາເວລໄດ້ຮັບ ສ່ວນແບ່ງ 5% ຊຶ່ງມາເວລກໍຍອມຮັບແລກກັບການທີ່ມາເວລໄດ້ຕົວລະຄອນສະປາຍເດີແມ່ນເຂົ້າມາຢູ່ໃນຈັກກະວານຮູບເງົາ ໂດຍບໍ່ຕ້ອງຈ່າຍຄ່າລິຂະສິດໃຫ້ ໂຊນີ ແຕ່ວ່າສັນຍາສະບັບນີ້ຈະໝົດ ລົງໃນປີນີ້ທັງສອງບໍລິສັດ ຈຶ່ງເຈລະ ຈາສັນຍາຮ່ວມມືສະບັບໃໝ່ ໂດຍ ດິສນີ ບໍລິສັດແມ່ຂອງມາເວລ ຕ້ອງການສ່ວນແບ່ງລາຍໄດ້ຈາກ ຮູບເງົາເພີ່ມຂຶ້ນເປັນ 50% ທາງ ໂຊນີມອງວ່າຫຼາຍເກີນໄປເຮັດໃຫ້ ຕົກລົງກັນບໍ່ໄດ້.

ຫຼ້າສຸດມີການເປີດເຜີຍວ່າທັງສອງຝ່າຍໄດ້ຕົກລົງກັນສຳເລັດ ແລ້ວສະປາຍເດີແມ່ນພາກໃໝ່ຈະໄດ້ຜູ້ສ້າງຄົນເກົ່າຄື Kevin Feige ກັບມາຮັບໜ້າທີ່ຮ່ວມກັບທອມ ຮອລແລນ ທີ່ກັບມາຮັບບົດເດີມ, ທັງນີ້ກຳນົດການເດີມຂອງຮູບເງົາ ເລື່ອງນີ້ຈະອອກສາຍໃນວັນທີ 16 ກໍລະກົດປີ 2021 ພາຍຫຼັງທີ່ຂ່າວນີ້ໄດ້ເຜີຍແຜ່ອອກໄປກໍສ້າງຄວາມຕື່ນເຕັ້ນໃຫ້ກັບແຟນໆຮູບ ເງົາຊຸູເປີຣິໂຣ.

-----------------------------------

ພາບ ແລະຂາ່ວຈາກໜັງສືພິມເສດຖະກິດ-ສັງຄົມ