ຮູ້ ຫຼືບໍ່ ກິນຖົ່ວຊ່ວຍຫຼຸດຄວາມສ່ຽງນໍ້າໜັກ ໂຕເພີ່ມຂຶ້ນ

 ສາວໆ ທີ່ຢາກຈ່ອຍແຕ່ບໍ່ຢາກອອກກຳລັງກາຍໜັກໆເຮົາຂໍແນະນຳໃຫ້ກິນຖົ່ວມື້ລະ 1 ກໍາມືເພາະຖົ່ວເຕັມໄປດ້ວຍໄຂມັນບໍ່ອິ່ມຕົວວິຕາມິນແຮ່ທາດ ແລະເສັ້ນໃຍອາຫານຊຶ່ງຖົ່ວມີປະລິມານເສັ້ນໃຍສູງຈຶ່ງເຮັດໃຫ້ຮູ້ສຶກອິ່ມດົນຂຶ້ນອີກທັງເສັ້ນໃຍອາຫານໃນຖົ່ວຈະຊ່ວຍດູດຊືມໄຂມັນໃນລຳໃສ້ໄດ້ດີແຕ່ຄົນສ່ວນໃຫຍ່ບໍ່ມັກບໍລິໂພກຖົ່ວເພື່ອຫຼຸດນໍ້າ ໜັກເພາະຖົ່ວມີແຄລໍລີ້ສູງຫຼາຍ.

ການກິນຖົ່ວຊະນິດໃດກໍໄດ້ເພີ່ມຂຶ້ນມີສ່ວນຊ່ວຍຫຼຸດຄວາມສ່ຽງນໍ້າໜັກໂຕເພີ່ມຂຶ້ນໃນໄລຍະຍາວ ແລະຫຼຸດຄວາມສ່ຽງໃນການເປັນໂລກຕຸ້ຍອີກດ້ວຍທັງຍັງພົບວ່າການກິນຖົ່ວພຽງເຄິ່ງໜ່ວຍບໍລິໂພກຈະຊ່ວຍປ້ອງກັນບໍ່ໃຫ້ນໍ້າໜັກເພີ່ມຂຶ່ນປະມານ 0.41-0.7 ກິໂລກຣາມ ໃນຂະນະທີ່ຫາກກິນຖົ່ວເປັນປະຈຳທຸກວັນ ໂດຍເພີ່ມປະລິມານໃຫ້ຫຼາຍຂຶ້ນຕັ້ງແຕ່ເຄິ່ງໜ່ວຍບໍລິໂພກຈົນເຖິງໜຶ່ງໜ່ວຍບໍລິໂພກຈະຊ່ວຍປ້ອງກັນບໍ່ໃຫ້ນໍ້າໜັກເພີ່ມຂຶ້ນປະມານ 0.74 ກິໂລກຣາມ.ຈາກການວິເຄາະຂໍ້ມູນດັ່ງກ່າວນັກວິໄຈຈຶ່ງແນະນຳໃຫ້ກິນຖົ່ວເຄິ່ງໜ່ວຍບໍລິໂພກໃນທຸກວັນບໍ່ວ່າຈະເປັນຖົ່ວຊະນິດໃດກໍຕາມເພາະມີສ່ວນຊ່ວຍຫຼຸດຄວາມສ່ຽງໃນການເປັນໂລກຕຸ້ຍເຖິງ 23%.

-------------------

ໜັງສືພິມເສດຖະກິດ-ສັງຄົມ