ຣີສອດປາກນໍ້າຄານ ແຊ້ມເຮືອຊ່ວງສວນນໍ້າອິນແປງ

  ເຮືອຣີສອດປາກນໍ້າຄານ (ສີພາຍນາວາສັກສິດ) ບຽດເອົາ ຊະນະເຮືອໄກ່ທອງ (ສີພາຍກອງ ບັນຊາການທະຫານ ແຂວງບໍລິຄໍາໄຊ) ໄປແບບຫວຸດຫວິດຄອງຂັນຊະນະເລີດ ເປັນສະໄໝທີ 2 ຕິດຕໍ່ກັນໃນງານປະເພນີແຂ່ງຂັນຊ່ວງເຮືອປະເພດ 55 ສີພາຍ ເພື່ອອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດຈັດຂຶ້ນລະ ຫວ່າງວັນທີ 28-29 ກັນຍາ 2019 ທີ່ສວນນໍ້າອິນແປງ ຣີເວີ ໄຊບ້ານດົງໂພສີ ເມືອງຫາດຊາຍ ຟອງນະຄອນຫຼວງວຽງຈັນ.

 ການແຂ່ງຂັນຄັ້ງນີ້ເພື່ອເປັນການສ້າງຂະບວນການຄໍານັບຮັບຕ້ອນປີທ່ອງທ່ຽວລາວ-ຈີນ ດຶງ ດູດເອົານັກທ່ອງທ່ຽວເຂົ້າມາທ່ຽວໃນປະເທດເວົ້າລວມເວົ້າສະເພາະນະຄອນຫຼວງວຽງຈັນກໍຄືເມືອງ ຫາດຊາຍຟອງ ທັງເປັນການແລກ ປ່ຽນບົດຮຽນເຊິ່ງກັນ ແລະກັນລະຫວ່າງບ້ານຕໍ່ບ້ານ ແລະ ສີພາຍດ້ວຍກັນ ນອກຈາກນີ້ຍັງເປັນການຄັດເລືອກເອົານັກກີລາທີ່ມີຄວາມສາມາດດີເດັ່ນເປັນຕົວແທນ ນວ ເຂົ້າຮ່ວມງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ  ເປັນເຈົ້າພາບລະຫວ່າງວັນທີ 22 ມີນາຫາ 1 ເມສາ 2020.

 ສໍາລັບການແຂ່ງຂັນຄັ້ງນີ້ມີ ທັງໝົດ 9 ລໍາ ແບ່ງອອກເປັນ 2 ກຸ່ມຜ່ານການແຂ່ງຂັນປາກົດວ່າຊະນະເລີດເຮືອຣີສອດປາກນໍ້າ ຄານ, ອັນດັບ 2 ເຮືອໄກ່ທອງ, ອັນດັບ 3 ເຮືອທະນາຄານຮ່ວມ ພັດທະນາ ແລະອັນດັບ 4 ເຮືອສາວນ້ອຍພິກຸນທອງ, ສ່ວນລາງ ວັນຊະນະເລີດ ໄດ້ຮັບຂັນໂລ້ 1ໜ່ວຍເງິນສົດ 13 ລ້ານກີບ, ຮອງຊະນະເລີດ ໄດ້ຮັບຂັນໂລ້ 1 ໜ່ວຍເງິນສົດ 11 ລ້ານກີບ, ອັນດັບ 3 ໄດ້ຮັບຂັນໂລ້ 1 ໜ່ວຍ ເງິນສົດ 9 ລ້ານກີບ ແລະອັນດັບ 4 ໄດ້ຮັບ ເງິນສົດ 7 ລ້ານກີບ.

 ຊຶ່ງເປັນກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ຄໍາແກ່ວງ ດວງພະຈັນ ຮອງເຈົ້າເມືອງຫາດຊາຍຟອງ, ທ່ານ ສົມພອນ ສອນດາລາ ຮອງຫົວໜ້າພະແນກສຶກສາທິການ ແລະກີລາ ນວ, ທ່ານ ສອນເພັດ ເມືອງວົງ ປະທານສະຫະພັນກີລາເຮືອຊ່ວງ ນວ, ມີຜູ້ ຕາງໜ້າຈາກຫ້ອງການສຶກສາທິການ ແລະກີລາເມືອງຫາດຊາຍ ຟອງ ສະຫະພັນກີລາເຮືອຊ່ວງ ນວ ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນຊ່ວງເຮືອຄະນະເຮືອ ຊ່ວງ ແລະມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

----------------------

ໜັງສືພິມເສດຖະກິດ-ສັງຄົມ