ຫາລືການເຂົ້າຫາແຫຼ່ງທຶນຂອງວິສາຫະກິດ

  ວັນທີ 1 ຕຸລາຜ່ານມາຫ້ອງການອຸດສາຫະກຳ ແລະການຄ້າເມືອງບາຈຽງຈະເລີນສຸກໄດ້ເປີດກອງປະຊຸມປຶກສາຫາລືຮ່ວມກັບຂະແໜງການ, ກ່ຽວກັບນະໂຍບາຍເຂົ້າຫາແຫຼ່ງທຶນໃຫ້ແກ່ວິສາຫະກິດຂະໜາດນ້ອຍ, ຂະໜາດກາງພາຍໃຕ້ການເປັນປະທານຂອງ ທ່ານຄໍາກິ່ງແກ້ວ ປັດທຳມະວົງ ຮອງເຈົ້າເມືອງບາຈຽງຈະເລີນສຸກ, ທ່ານ ສຸດທະເຮືອງສັກ ກຸນລະບຸດ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ມີຫົວໜ້າຫ້ອງການ, ໜ່ວຍບໍລິການທະນາຄານພັດທະນາລາວ, ໜ່ວຍບໍລິການທະນາຄານນະໂຍບາຍ ແລະ ຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງຕະຫຼອດຮອດຜູ້ປະກອບການວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ (SME) ເຂົ້າຮ່ວມ.

  ຈຸດປະສົງເພື່ອເຮັດໃຫ້ວິສາຫະກິດຂະໜາດນ້ອຍ, ຂະໜາດກາງໄດ້ມີບົດບາດສໍາຄັນໃນການພັດທະນາເສດຖະກິດ-ສັງຄົມໂດຍສະເພາະແມ່ນການພັດທະນາສິນຄ້າ, ການຄ້າ ແລະການບໍລິການປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທໍາ ແລະຍົກສູງລະດັບຊີວິດການເປັນຂອງປະຊາຊົນ, ສ້າງປັດໄຈໃຫ້ແກ່ການຫັນເປັນອຸດສາຫະກໍາທີ່ທັນສະໄໝ ແລະຂະຫຍາຍຕົວຢ່າງຕໍ່ເນື່ອງ.

  ທ່ານ ຄໍາກິ່ງແກ້ວ ປັດທໍາມະວົງ ຮອງເຈົ້າເມືອງໆບາຈຽງຈະເລີນສຸກໃຫ້ຄໍາຄິດ-ຄຳເຫັນໂອ້ລົມຕໍ່ນັກວິທະຍາກອນ ແລະຜູ້ປະກອບການນັກທຸລະກິດຂະໜາດນ້ອຍ ແລະຂະໜາດກາງໂດຍໄດ້ເນັ້ນໜັກນະໂຍບາຍສົ່ງເສີມການເຂົ້າຫາແຫຼ່ງທຶນປະກອບ ມີ 7 ກິດຈະກໍາຫຼັກໃນການພັດທະນາຜະລິດຕະພັນການເງິນໃຫ້ແກ່ວິສາຫະກິດ SME ໃຫ້ມີຄວາມຫຼາກຫຼາຍ, ສົມທົບກັບຂະແໜງການທີ່ກ່ຽວຂ້ອງເພື່ອສ້າງຄວາມເຂັ້ມແຂງໃນການຕອບສະໜອງທຶນອີກດ້ວຍ.

-----------------

ໜັງສືພິມເສດຖະກິດ-ສັງຄົມ