ສຳເລັດໂຄງການປັບປຸງຕະຫຼາດຫັດຖະກຳຊົນເຜົ່າ

ເມື່ອບໍ່ດົນມານີ້ໄດ້ມີພິທີມອບ-ຮັບໂຄງການປັບປຸງຕະຫຼາດຫັດຖະກຳຊົນເຜົ່າ (ຕະຫຼາດແລງເກົ່າ) ບ້ານປ່າຂາມ ນະຄອນຫຼວງພະບາງໂດຍໃຫ້ກຽດເຂົ້າຮ່ວມ ທ່ານ ສຸກັນ ບຸນຍົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ສົມດີ ພອນສະຫວັດ ຮອງເຈົ້ານະຄອນຫຼວງພະບາງ, ມີຕາງໜ້າບໍລິສັດຜູ້ຮັບເໝົາກໍ່ສ້າງມີບັນດາພະແນກການກ່ຽວຂ້ອງຂອງແຂວງ, ນະຄອນ, ອົງການຈັດຕັ້ງບ້ານເຂົ້າຮ່ວມ.

  ທ່ານ ດາວວັນ ສິລິວົງ ຮອງຫົວໜ້າຫ້ອງການບໍລິຫານຕົວເມືອງ ນະຄອນຫຼວງພະບາງ ທັງເປັນຜູ້ປະສານງານໂຄງການຂັ້ນທ້ອງຖິ່ນໄດ້ລາຍງານກ່ຽວກັບໂຄງການປັບປຸງຕະຫຼາດຫັດຖະກໍາຊົນເຜົ່າວ່າ: ເນື່ອງຈາກວ່າໄລຍະຜ່ານມາສະຖານທີ່ແຫ່ງນີ້ຍັງບໍ່ມີຄວາມເປັນລະບຽບຮຽບຮ້ອຍສ້າງຄວາມບໍ່ຈົບງາມໃຫ້ແກ່ຕົວເມືອງສະນັ້ນ ທາງອຳນາດການປົກຄອງນະຄອນຈຶ່ງໄດ້ສົມທົບກັບອຳນາດການປົກຄອງແຂວງຂົນຂວາຍຊອກຫາແຫຼ່ງທຶນເພື່ອມາພັດທະນາປັບປຸງ-ຍົກລະດັບພື້ນທີ່ຕະຫຼາດຫັດຖະ ກຳຊົນເຜົ່າ ຫຼື ຕະຫຼາດແລງເກົ່າແຫ່ງນີ້ໃຫ້ກາຍເປັນສວນທາລະນະນ້ອຍທີ່ມີຄວາມສະອາດ, ເປັນລະບຽບຮຽບຮ້ອຍ, ມີສີຂຽວ-ສວຍງາມ, ເປັນບ່ອນສະແດງສິລະປະ-ວັນນະຄະດີ ແລະໂຄສະນາເຜີຍແຜ່ດ້ານການປົກປັກຮັກສາສິ່ງແວດລ້ອມທີ່ມີຄວາມສະອາດດ້ານການທ່ອງທ່ຽວຂອງເມືອງມໍລະດົກໂລກເປັນບ່ອນບໍລິການຂາຍເຄື່ອງຫັດຖະກຳທ້ອງຖິ່ນ, ອາຫານ, ເຄື່ອງດື່ມ ແລະກາຍເປັນບ່ອນພັກຜ່ອນຂອງປະຊາຊົນ ແລະນັກທ່ອງທ່ຽວ.

  ສໍາລັບໂຄງການປັບປຸງຕະຫຼາດຫັດຖະກຳຊົນເຜົ່າໂດຍແມ່ນນະຄອນຫຼວງພະບາງ ເປັນເຈົ້າຂອງໂຄງການ ແລະບໍລິສັດແສງ ເພັດກໍ່ສ້າງ-ສ້ອມແປງ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ ປະກອບມີ ອາຄານສຳລັບຂາຍອາຫານ 3 ຫຼັງ ມີ 14 ຫ້ອງ, ມີຮ່ອງລະບາຍ ນໍ້າດ້ານຫຼັງອາຄານ, ສ້ອມແປງອາຄານເກົ່າເປັນບ່ອນຂາຍເຄື່ອງຫັດຖະກຳຈຳນວນ 5 ຫ້ອງ, ປັບປຸງເວທີ ແລະພື້ນເດີ່ນ, ປູກຫຍ້າ ແລະດອກໄມ້ອ້ອມຮອບຕະຫຼາດແລະເທິງຫຼັງຄາ, ຕິດຕັ້ງໄຟຟ້າແສງສະຫວ່າງ ປະກອບດ້ວຍເຄື່ອງເຟີນີເຈີ, ໂຕະຕັ່ງຈຳນວນ 52 ຊຸດ, ຕັ່ງນັ່ງ 208 ໜ່ວຍລວມມູນຄ່າທັງໝົດ41 ພັນໂດລາ ໃນນີ້ມີທຶນຂອງແຂວງ ແລະທຶນຊ່ວຍເຫຼືອລ້າຈາກຕ່າງປະເທດໂດຍໃຊ້ເວລາໃນການກໍ່ສ້າງ 2 ເດືອນ ນັບແຕ່ຕົ້ນເດືອນກຸມພາຫາຕົ້ນເດືອນເມສາ 2019 ແມ່ນສຳເລັດ 100%.

---------------

ໜັງສືພິມເສດຖະກິດ-ສັງຄົມ