ທະນາຄານໂລກຊ່່ວຍເຫຼືອຫວຽດນາມ 2,2 ລ້ານໂດລາ

  ທະນາຄານໂລກຊ່ວຍເຫຼືອ ສສ ຫວຽດນາມມູນຄ່າ 2,2 ລ້ານ ໂດລາສະຫະລັດ ພ້ອມທັງຢັ້ງຢືນວ່າຈະຮ່ວມມືພ້ອມກັບທະນາຄານແຫ່ງຫວຽດນາມ.

  ຕາມຂ່າວສານຫວຽດນາມລາຍງານໃນວັນທີ 1 ຕຸລາ ວ່າທະນາຄານໂລກ ແລະທະນາຄານແຫ່ງລັດຫວຽດນາມໄດ້ລົງນາມໃນສັນຍາວ່າດ້ວຍບ້ວງເງິນຊ່ວຍເຫຼືອລ້າທີ່ມີມູນຄ່າ 2,2 ລ້ານ ໂດລາສະຫະລັດ ໂດຍລັດຖະບານສະວິດສະໜອງເພື່ອປະຕິບັດໂຄງການຫວຽດນາມເພີ່ມທະວີຄວາມໂປ່ງໃສ ແລະພັດທະນາຂອງຂະແໜງທະ ນາຄານເພື່ອແນໃສ່ຍົກສູງກໍາລັງຄວາມສາມາດຂອງທະນາຄານແຫ່ງລັດຫວຽດນາມໃນການແກ້ໄຂບັນດາຂໍ້ຈໍາກັດກ່ຽວກັບດ້ານໂຄງປະກອບໃນລະບົບທະນາຄານ, ກໍາລັງຄວາມສາມາດໃນການຕິດຕາມກວດກາໃຫ້ເໝາະສົມກັບມາດຕະການ ແລະ ທໍານຽມສາກົນ, ໜູນຊ່ວຍພັດທະນາຕະຫຼາດໜີ້ ແລະຍົກສູງກໍາລັງຄວາມສາມາດໃຫ້ແກ່ບັນດາບໍລິສັດຄຸ້ມຄອງຊັບສິນຂອງຫວຽດນາມ ເພື່ອສາມາດຄຸ້ມຄອງຊັບສິນຂອງບັນດາບ້ວງເງິນໜີ້ເສຍ.

ທະນາຄານໂລກຢັ້ງຢືນວ່າຈະຮ່ວມມືພ້ອມກັບທະນາຄານແຫ່ງລັດຫວຽດນາມໃນການເພີ່ມທະວີກອບນິຕິກໍາໃຫ້ແກ່ຂະແໜງທະນາຄານ.

------------------

ໜັງສືພິມເສດຖະກິດ-ສັງຄົມ