ຈີນສະຫຼອງວັນຊາດ 70 ປີຢ່າງຍິ່ງໃຫຍ່

  ລັດຖະບານ ສປ ຈີນ ຈັດງານສະເຫຼີມສະຫຼອງຄົບຮອບ 70 ປີ ການສະຖາປານາສາທາລະນະລັດປະຊາຊົນຈີນຢ່າງຍິ່ງໃຫຍ່ໃນຈະຕຸລັດທຽນອັນເໝິນກາງນະຄອນ ຫຼວງປັກກິ່ງ.

ຕາມຂ່າວຕ່າງປະເທດລາຍງານວ່າຈີນຈັດພິທີສະເຫຼີມສະຫຼອງຄົບຮອບ 70 ປີ ວັນຊາດ ດ້ວຍການສວນສະໜາມສະແດງແສນຍານຸພາບທາງທະຫານຄັ້ງ ໃຫຍ່ສຸດທີ່ບໍລິເວນຈະຕຸລັດທຽນ ອັນເໝິນ ໃນວັນທີ 1 ຕຸລາທີ່ຜ່ານມາໂດຍມີທ່ານ ສີຈິ້ນ ຜິງປະທານ ປະເທດຂອງຈີນ ຊຶ່ງໃຫ້ຄຳໝັ້ນພັດທະນາຢ່າງສັນຕິໃນວັນຄົບຮອບ 70 ປີ ສ້າງຕັ້ງສາທາລະນະລັດ ປະຊາຊົນຈີນແລະພັກກອມມູນິດ ຈີນ ຊຶ່ງເຫດການນີ້ຖືວ່າສຳຄັນທີ່ສຸດຂອງປະເທດໃນປີນີ້ຂະນະທີ່ຈີນເອງກໍປະເຊີນໜ້າກັບຄວາມທ້າທາຍຕ່າງໆເຊັ່ນ: ສົງຄາມການຄ້າກັບອາເມລິກາທີ່ສົ່ງຜົນກະທົບຕໍ່ເສດຖະກິດ, ຜູ້ນໍາຈີນກ່າວສູນທອນພົດວ່າຈີນຈະເດີນໜ້າຍຸດທະສາດທີ່ເປີດກວ້າງເປັນປະໂຫຍດຕໍ່ທຸກຝ່າຍ, ກອງທັບຈະປ້ອງກັນປະຊາທິປະໄຕ, ຄວາມໝັ້ນຄົງ ແລະຜົນປະໂຫຍດດ້ານການພັດທະນາຂອງປະເທດລວມທັງຢຶດໝັ້ນສັນຕິພາບໂລກ.

  ທ່ານ ສີຈິ້ນ ຜິງ ກ່າວວ່າບໍ່ມີພະລັງໃດທີ່ສາມາດສັ່ນຄອນສະຖານະຂອງປະເທດທີ່ຍິ່ງໃຫຍ່ຂອງເຮົາຫຼືຢຸດຢັ້ງຄົນຈີນ ແລະປະເທດອື່ນບໍ່ໃຫ້ບັນລຸຄວາມກ້າວໜ້າໄດ້.

--------------------

ໜັງສືພິມເສດຖະກິດ-ສັງຄົມ