ອຸທຸມພອນແຂ່ງຂັນກີລາຕ້ອນຮັບວັນຄູແຫ່ງຊາດ

  ເມື່ອບໍ່ດົນມານີ້ຫ້ອງການສຶກສາທິການ ແລະ ກີລາເມືອງອຸທຸມພອນໄດ້ຈັດງານແຂ່ງຂັນກີລາເພື່ອສ້າງຂະບວນການຕ້ອນຮັບວັນຄູແຫ່ງຊາດ ແລະ ທັງເປັນການຄັດ ເລືອກເອົານັກກີລາເຂົ້າຮ່ວມແຂ່ງຂັນກີລານັກຮຽນທົ່ວແຂວງຄັ້ງທີ 9 ທີ່ເມືອງພະລານໄຊ ເປັນເຈົ້າພາບຈະຈັດຂຶ້ນໃນມໍ່ໆນີ້ໂດຍການເຂົ້າຮ່ວມຂອງ ທ່ານ ປະສົງສິນ ຈະເລີນສຸກ ເຈົ້າເມືອງອຸທຸມພອນ, ທ່ານ ໂພໄຊ ອິນທະວົງສາ ຮອງເຈົ້າເມືອງພ້ອມບັນດານັກກີລາ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 ທ່ານ ໂພໄຊ ອິນທະວົງສາ ຮອງເຈົ້າເມືອງອຸທຸມພອນໄດ້ກ່າວວ່າ: ການຈັດງານແຂ່ງຂັນກີລາຄັ້ງນີ້ແມ່ນເປັນການເຕົ້າໂຮມເອົາຄວາມສາມັກຄີລະຫວ່າງນັກຮຽນແຕ່ ລະໂຮງຮຽນໃຫ້ຮູ້ຈັກການໃຫ້ອະໄພ, ຮູ້ຈັກຮັກສາກິລິຍາມາລະຍາດຫ່າງໄກຈາກສິ່ງເສບຕິດິ່ງສຳຄັນກໍ່ແມ່ນເປັນການຄັດເລືອກເອົານັກກີລາທີ່ດີເດັ່ນເພື່ອເຂົ້າ ຮ່ວມແຂ່ງຂັນງານມະຫາກຳກີລານັກຮຽນທົ່ວແຂວງຄັ້ງທີ 9 ທີ່ເມືອງພະລານໄຊ ເປັນເຈົ້າພາບຈັດຂຶ້ນໃນມໍ່ໆ, ທັງນີ້ກໍ່ເພື່ອເປັນການສ້າງຂະບວນການຕ້ອນຮັບວັນຄູແຫ່ງຊາດທີ່ຈະມາເຖິງໃນຕໍ່ໜ້ານີ້ໃຫ້ເຕັມແຕ່ຜົນງານອັນໃໝ່ແລະຍິ່ງໃຫຍ່ກວ່າເກົ່າ.

  ການຈັດການແຂ່ງຂັນກີລາຄັ້ງນີ້ມີ 13 ໂຮງຮຽນສົ່ງເຂົ້າຮ່ວມແຂ່ງຂັນທັງໝົດໃນທົ່ວເມືອງ, ປະກອບມີ 4 ປະເພດກີລາຄື: ກີລາບານເຕະ, ກະຕໍ້ຫວາຍ, ກີລາເປຕັງ ແລະກີລາບານສົ່ງຊຶ່ງການແຂ່ງຂັນແມ່ນເລີ່ມແຕ່ວັນທີ 27 ກັນຍາ ເຖິງວັນທີ 6 ຕຸລາ 2019 ຈິ່ງສຳເລັດ.

---------------

ໜັງສືພິມເສດຖະກິດ-ສັງຄົມ