ບ້ານນາໄຊໃຫຍ່ ໄດ້ຮັບໂຮງຮຽນຫຼັງໃໝ່

 ໃນທ້າຍອາທິດຜ່ານມານີ້ຢູ່ໂຮງຮຽນປະຖົມບ້ານນາໄຊໃຫຍ່ ເມືອງ ແລະແຂວງສາລະວັນ ໄດ້ມີພິທີມອບ-ຮັບ ແລະເປີດນຳໃຊ້ໂຮງຮຽນຫຼັງໃໝ່ທຶນຊ່ວຍເຫຼືອຈາກສະມາ ຄົມຊ່ວຍເຫຼືອລ້າເພື່ອອະນາຄົດທີ່ໝັ້ນຄົງປະເທດຝຣັ່ງ ແລະທຶນສ່ວນຕົວຂອງບຸກຄົນ, ໂດຍການເຂົ້າຮ່ວມຂອງທ່ານ ທຶງຈອມມະນີ ເຈົ້າເມືອງສາລະວັນທ່ານ ພີລິບ ລອມບາຣ ຄະນະກຳມະການ ແລະຜູ້ຈັດການໂຄງການປະຈຳພາກໃຕ້ທ່ານ ທຳມະນູນ ສີລິປຸນໂຍ ຫົວໜ້າປະສານງານໂຄງການ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ, ອົງ ການປົກຄອງບ້ານ, ຄູ-ອາຈານ ແລະນ້ອງນ້ອຍນັກຮຽນເຂົ້າຮ່ວມ.

 ທ່ານ ສົມໃຈ ອຸ່ນຈິດ ຜູ້ປະສານງານຂໍການຊ່ວຍເຫຼືອໄດ້ລາຍງານຜົນສຳເລັດຂອງໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານ ນາໄຊໃຫຍ່ ໃຫ້ຮູ້ວ່າ: ໂຮງຮຽນດັ່ງກ່າວແມ່ນໄດ້ເລີ່ມດຳເນີນການກໍ່ສ້າງມາແຕ່ວັນທີ 22 ພຶດສະພາ 2019 ແລະໄດ້ສຳເລັດໃນລະຫວ່າງເດືອນສິງຫານີ້, ໂຮງຮຽນຫຼັງນີ້ມີຂະໜາດ 8 x 36 ແມັດ ເປັນອາຄານຊັ້ນດຽວ, ໂຄງສ້າງເບຕົງເສີມເຫຼັກ, ມຸງດ້ວຍສັງກະສີອາລູຊິງ, ເພດານທັງໃນ ແລະ ນອກ, ຊຶ່ງມີທັງໝົດ 6 ຫ້ອງ( 5 ຫ້ອງຮຽນ ແລະ 1 ຫ້ອງການຄູ),

ພ້ອມທັງຍົກແທ້ງນໍ້າ ແລະໂປ່ມນໍ້າໃໝ່ລວມມູນຄ່າການກໍ່ສ້າງທັງໝົດ 275 ລ້ານກວ່າກີບ. ນອກນັ້ນປະຊາຊົນຍັງໄດ້ປະກອບສ່ວນດ້ານແຮງງານເປັນຕົ້ນ: ຖົມດິນ,  ເທເບຕົງພື້ນ, ມ້າງໂຮງຮຽນຫຼັງເກົ່າ ແລະອະນາໄມສະຖານທີ່ຄິດເປັນມູນຄ່າ 8 ລ້ານກີບ. ສຳລັບທຶຶນຊ່ວຍເຫຼືອກໍ່ສ້າງໂຮງຮຽນຫຼັງໃໝ່ແມ່ນໄດ້ຈາກບຸກຄົນຄື: ທ່ານ ນາງ ເມດຕາສັກ ໂພສະນະລັກ ເຈົ້າຂອງໂຮງແຮມປາກເຊໃຫ້ທຶນມູນຄ່າ 86 ລ້ານກວ່າກີບ ແລະ ທຶນຈາກສະມາຄົມຊ່ວຍເຫຼືອລ້າເພື່ອອະນາຄົດທີ່ມີຄວາມໝັ້ນຄົງ CSD ຈາກປະເທດຝຣັ່ງມູນຄ່າ 188 ລ້ານກວ່າກີບ.

-----------------

ຂຽນໂດຍທິດລານີ ໂຄດໂຍທາ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ