ຝຶກອົບຮົມນໍາໃຊ້ຫຼັກສູດລະບົບບໍາລຸງ ໃຫ້ຄູສອນເປົ້າໝາຍ

  ພະແນກສຶກສາທິການ ແລະກີລາແຂວງຊຽງຂວາງ ຈັດກອງປະຊຸມຝຶກອົບຮົມການນໍາໃຊ້ຫຼັກສູດ, ຄູ່ມື ແລະແບບຮຽນຊັ້ນມັດທະຍົມຕອນປາຍລະບົບບໍາລຸງຂັ້ນ ມ7 ສົກ ຮຽນ 2019 ໃຫ້ຄູສອນກຸ່ມເປົ້າ ໝາຍໃນວັນທີ 1 ຕຸລາ 2019 ນີ້ທີ່ຫ້ອງປະຊຸມບ້ານກ້ວຍ, ເມືອງ ຄໍາ, ແຂວງຊຽງຂວາງ, ໂດຍໃຫ້ກຽດເປັນປະທານຂອງທ່ານ ທອງ ເພັດ ອິນທະໄຊ ຮອງຫົວໜ້າພະແນກສຶກສາທິການ ແລະກີລາ ແຂວງ,ມີທ່ານ ນາງ ຂັນທອງ ພົມມະວັນຮອງຫົວໜ້າຂະແໜງ ການສຶກສານອກໂຮງຮຽນ (ກສນ)ພະແນກ ສກຂ ພ້ອມຄະນະ,ມີຄູຝຶກ, ສໍາມະນາກອນທີ່ກ່ຽວຂ້ອງຈາກບັນດາເມືອງ ແລະຂະແໜງການທີ່ກ່ຽວຂ້ອງຂອງພະແນກ ສກຂ ເຂົ້າຮ່ວມ.

ທ່ານ ນາງ ຂັນທອງ ພົມມະວັນ ໄດ້ລາຍງານໃຫ້ຮູ້ເຖິງຈຸດປະສົງເປົ້າໝາຍຂອງການຝຶກອົບຮົມຄັ້ງນີ້ແມ່ນເປັນການຝຶກອົບຮົມໃຫ້ຄູສອນຊັ້ນມັດທະຍົມສຶກສາຕອນ ປາຍກຸ່ມເປົ້າໝາຍ ແລະຄູສອນຢູ່ບາງສູນສຶກສາຊຸມຊົນໃນຈໍານວນ 4 ເມືອງຄື:ເມືອງຄໍາ,ເມືອງ ແປກ,ເມືອງຄູນ ແລະເມືອງໝອກໃນ 10 ກຸ່ມຮຽນ,ຮູ້ ແລະເຂົ້າໃຈຕໍ່ກັບຫຼັກສູດ,ປຶ້ມແບບຮຽນ ແລະຄູ່ມືຄູການສອນລະບົບບໍາລຸງ,ເນື່ອງຈາກສົກຮຽນນີ້ເປັນສົກທໍາອິດທີ່ທາງກົມການສຶກສານອກ ໂຮງຮຽນກະຊວງສຶກສາທິການ ແລະກີລາເປີດນໍາໃຊ້ຫຼັກສູດການຮຽນ-ການສອນແບບໃໝ່ສະເພາະລະບົບບໍາລຸງເປັນທາງການໃນ 8 ວິຊາຫຼັກຄື: ວິຊາພາສາລາວ-ວັນນະຄະດີ, ພູມສາດ,ປະຫວັດສາດ, ສຶກສາພົນລະເມືອງ,ຄະນິດສາດ, ເຄມີສາດ, ຟີຊິກສາດ ແລະວິຊາຊີວະສາດໃນນັ້ນສໍາມະນາກອນເຂົ້າຮ່ວມຈະໄດ້ເຈາະຈົງລົງເລິກທັງພາກທິດສະດີ ແລະພາກປະຕິບັດຕົວຈິງໄປພ້ອມເປັນຕົ້ນແມ່ນຈະໄດ້ຄົ້ນຄ້ວາໃຫ້ເຂົ້າໃຈເຖິງດ້ານເນື້ອໃນ ແລະໂຄງການຫຼັກສູດປຶ້ມແບບຮຽນ-ຄູ່ມືຄູຕາມລາຍວິຊາ, ເຕັກນິກການສິດສອນທີ່ຫຼາກຫຼາຍ ແລະໄດ້ປະສິດທິພາບເຊັ່ນວ່າ: ເຕັກນິກການສອນຜູ້ໃຫຍ່,ຈິດຕະສາດຂອງການສອນຜູ້ໃຫຍ່, ການແຕ່ງ ບົດສອນ ແລະການຂຶ້ນຫ້ອງສອນທົດລອງເພື່ອຝຶກໃຫ້ສໍາມະນາກອນມີຄວາມຊໍານານ ແລະມີຄວາມຮັບປະກັນເວລານໍາໄປຈັດຕັ້ງປະຕິບັດຕົວຈິງຢູ່ຂັ້ນທ້ອງຖິ່ນໃຫ້ໄດ້ຮັບຜົນດີ.

--------------------------------------------

ພາບ ແລະຂາ່ວຈາກໜັງສືພິມເສດຖະກິດ-ສັງຄົມ