ແອລ ແຟນນິ່ງ ງົດງາມສົມຖານະເຈົ້າຍິງດິສນີ

  ພຽງແຕ່ຍີ້ມກໍລະລາຍໃຈທຸກຄົນແລ້ວສາວນ້ອຍໜ້າຫວານ ແອລ ແຟນນິ່ງເຖິງແມ່ນວ່າຕອນນີ້ລາວອາຍຸພຽງ 21 ປີ ແຕ່ລາວຢູ່ໃນວົງການບັນເທິງມາເກືອບ 2 ທົດສະວັດແລ້ວ ໂດຍວັນທີ 30 ກັນຍາຜ່ານມາສາວແອລໄດ້ເຂົ້າຮ່ວມງານຮູບເງົາເລື່ອງຫຼ້າສຸດອງລາວ Maleficent: Mistr ess of Evil ໃນນະຄອນລອສ ແອງເຈລິສ.

ນັກສະແດງສາວກັບມາຮັບບົດເດີມຄືເຈົ້າຍິງອໍໂຣຣ່າໃນພາກຕໍ່ຂອງຮູບເງົາເລື່ອງນາງພະຍາປີສາດມາລິຟິເຊນທີ່ລົງສາຍຄັ້ງທຳອິດໃນປີ 2014 ເປັນຮູບເງົາໄລແອກຊັນຂອງອະມິເມຊັນດິສນີສຸດຄລາສິກເຈົ້າຍິງນິທານັ້ນເອງ ແອລນັ້ນປາກົດຕົວໃນຊຸດລາຕີສຸດຫຼູຈາກຍີຫໍ້ດັງກຸດຊີທີ່ຕັດຫຍິບເປັນພິເສດເພື່ອເຈົ້າຍິງຄົນງາມໃນງານນີ້ໂດຍສະເພາະໂດຍລາວໃຊ້ເດສສີຂຽວອ່ອນຜ້າຊິບຟ່ອນ, ເປີດໄຫຼ່ ແລະສາຍແອວເງິນເສັ້ນນ້ອຍແລະຊຸດຂອງລາວຍັງປະດັບດ້ວຍດອກໄມ້ທີ່ເຮັດມາຈາກຜ້າໄໝ.

ຮູບເງົາເລື່ອງ Maleficent: Mistress of Evil ຈະເລົ່າເລື່ອງລາວຫຼາຍປີຕໍ່ມາຈາກພາກທຳອິດເມື່ອຣາຊິນີອິງກຣິດ (ຮັບບົດໂດຍມິເຊລ ໄຟເຟີ)ຜູ້ເປັນແມ່ຂອງ ເຈົ້າຍິງ ອໍໂຣຣ່າຕັ້ງກອງກຳລັງທະຫານເພື່ອສູ້ກັບມາເລຟິເຊນທີ່ບໍ່ເຫັນດີກັບການທີ່ອໍໂຣຣ່າຈະແຕ່ງດອງກັບເຈົ້າຊາຍຟິລລິບເລື່ອງ       ລາວກ້າວຂ້າມເທບນິຍາຍສູ່ແອກຊັ້ນແຟນຕາຊີ ແລະກັບມາອີກຄັ້ງ ຂອງແອງເຈລິນ່າ ໂຈລີ່ ໃນບົດຂອງມາເລຟິເຊນ.

ພາບ ແລະຂາ່ວຈາກໜັງສືພິມເສດຖະກິດ-ສັງຄົມ