ແອັບເປິ້ນສະເໜີບໍລິການສ້ອມແປງໄອໂຟນ ສຳລັບເຄື່ອງບໍ່ມີປະກັນ

ບໍລິສັດເຕັກໂນໂລຊີ  Apple ລະບຸວ່າທາງບໍລິສັດຈະເລີ່ມຂາຍ ເຄື່ອງມື ແລະສິ້ນສ່ວນໃຫ້ກັບຮ້ານສ້ອມແປງໂທລະສັບລາຍ ຍ່ອຍໃນອາເມລິກາ ແລະອາດ ລວມທັງປະເທດອື່ນໆ ໃນອະນາຄົດ ໂດຍຈະຈຳກັດສະເພາະການສ້ອມແປງໂທລະສັບໄອໂຟນທີ່ບໍ່ມີປະກັນເທົ່ານັ້ນ.

ບໍລິການໃໝ່ຂອງ Apple ຈະຊ່ວຍໃຫ້ຜູ້ໃຊ້ໄອໂຟນມີທາງເລືອກເພີ່ມຂຶ້ນໃນການສ້ອມແປງໂທລະສັບທີ່ມີບັນຫາທົ່ວໄປເຊັ່ນ: ໜ້າຈໍແຕກ ຫຼື ເຄື່ອງຕົກນໍ້າ ໂດຍສາມາດ ໃຊ້ສິ້ນສ່ວນຂອງແທ້ຈາກ Apple ໄດ້ດ້ວຍ.

ແຕ່ສຳລັບໂທລະສັບໄອໂຟນ ທີ່ປະກັນຍັງບໍ່ໝົດອາຍຸກໍຍັງສາມາດນຳເຄື່ອງໄປສ້ອມແປງທີ່ຮ້ານ Apple Store ໃນທຸກສາຂາ ໄດ້ຕາມເດີມ.

ປະຈຸບັນຮ້ານສ້ອມແປງໂທລະສັບລາຍຍ່ອຍໃນອາເມລິກາສາ ມາດສ້ອມແປງໂທລະສັບໄອໂຟນ ທີ່ມີບັນຫາບໍ່ຊັບຊ້ອນໄດ້ແຕ່ມັກບໍ່ໄດ້ໃຊ້ສິ້ນສ່ວນແທ້ຂອງ Apple ເຮັດໃຫ້ບໍ່ສາມາດຮັບຮອງຄຸນນະ ພາບໄດ້ແຕ່ຈາກນີ້ໄປຮ້ານເຫຼົ່ານັ້ນຈະສາມາດຊື້ສິ້ນສ່ວນທີ່ຕ້ອງການຈາກ Apple ໄດ້ໂດຍກົງ ແລະ ຍັງສາມາດຂໍໃບຮັບຮອງຈາກ Apple ໃຫ້ກັບຊ່າງສ້ອມແປງທີ່ເຮັດວຽກໃນຮ້ານເຫຼົ່ານັ້ນໄດ້ອີກດ້ວຍ.

 ເຈຟ ວິລລຽມປະທານເຈົ້າໜ້າ ທີ່ປະຕິບັດການຂອງ Apple ມີຖະແຫຼງການວ່າລູກຄ້າຂອງ Apple ຄວນໝັ້ນໃຈໄດ້ວ່າໂທລະສັບໄອໂຟນຂອງພວກເຂົາຈະໄດ້ຮັບການສ້ອມແປງຢ່າງຖືກຕ້ອງ ແລະໄດ້ ມາດຕະຖານ.

--------------------------------------------

ພາບ ແລະ ຂາ່ວຈາກໜັງສືພິມເສດຖະກິດ-ສັງຄົມ