ຖອດຖອນບົດຮຽນວຽກງານຂ່າວສານການສຶກສາ ແລະກີລາ

  ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຂ່າວສານການສຶກສາ ແລະກີລາຂອງພະແນກສຶກສາທິການ ແລະ ກີລາແຂວງຊຽງຂວາງໄດ້ປິດລົງດ້ວຍຜົນສໍາເລັດໃນຕອນເຊົ້າຂອງວັນທີ 18 ມັງກອນ 2019 ທີ່ຫ້ອງປະຊຸມສູນໄອຊີທີແຂວງພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 3 ວັນ (16-18  ມັງກອນ) ໂດຍໃຫ້ກຽດກ່າວປິດກອງປະຊຸມຂອງທ່ານ ສູນເດືອນສິມສະໄໝ ຫົວໜ້າຂະແໜງພະລະ-ສິລະປະພະແນກສຶກສາທິການ ແລະກີລາແຂວງ, ມີຂະແໜງການທີ່ກ່ຽວຂ້ອງຂອງພະແນກຄະນະຮັບຜິດຊອບກອງປະຊຸມ ແລະ ສໍາມະນາກອນທັງໝົດເຂົ້າຮ່ວມ.

  ກອງປະຊຸມຄັ້ງນີ້ໄດ້ຕົກລົງຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂ່າວສານການສຶກສາ ແລະກີລາປະຈໍາປີ 2018, ທິດທາງແຜນການ-ການເຄື່ອນໄຫວວຽກງານຂ່າວສານສຶກສາ ແລະ ກີລາໃນຕໍ່ໜ້າ (2019) ແຜນຍຸດທະສາດວຽກງານຂ່າວສານການສຶກສາ ແລະ ກີລາປີ 2020-2025 ພ້ອມດຽວກັນນັ້ນຜູ້ຮັບຜິດຊອບວຽກງານຂ່າວສານແຕ່ລະຂັ້ນທີ່ເປັນເຄືອຂ່າຍຂ່າວສານການສຶກສາ ແລະກີລາຂອງພະແນກສຶກສາທິການ ແລະກີລາແຂວງຍັງໄດ້ທົບທວນຄືນຄວາມຮູ້ພື້ນຖານການເປັນນັກຂ່າວ, ວິທີຂຽນຂ່າວ, ພື້ນຖານການຖ່າຍຮູບພາບປະກອບຂ່າວ, ການນໍາໃຊ້ກ້ອງຖ່າຍຮູບໃຫ້ຖືກວິທີ, ການສ້າງ E-mail ແລະສົ່ງຂ່າວທາງ E-mail, ທັງນີ້ກໍເພື່ອເປັນການສ້າງໃຫ້ວຽກງານຂ່າວສານການສຶກສາ ແລະກີລາຂອງພະແນກສຶກສາທິການ ແລະ ກີລາແຂວງໄດ້ຮັບການພັດທະນາດີຂຶ້ນເລື້ອຍໆ.

  ໂອກາດນີ້ທ່ານ ສູນເດືອນ ສິມສະໄໝ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມພ້ອມທັງເນັ້ນໜັກໃຫ້ທຸກຄົນຈົ່ງນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບໃຫ້ໄດ້ຮັບຜົນດີ.