ໂຮງຮຽນທິດສະດີການເມືອງຄຳມ່ວນ ເປີດການຮຽນ

   ພິທີເປີດການຮຽນ-ການສອນໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງຄຳມ່ວນຈັດຂຶ້ນໃນວັນທີ 3 ຕຸລາ 2019 ທີ່ສະໂມສອນ 21 ມີນາ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມໃຈ ເພັດສີນວນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ທ່ານ ນາງ ອານົງໄຊສັງທອງເພັດຜູ້ອຳນວຍການໂຮງຮຽນການເມືອງ-ການປົກຄອງ ແຂວງ, ມີແຂກຖືກເຊີນຈາກພະແນກການອ້ອມຂ້າງແຂວງຕະຫຼອດເຖິງພະນັກງານຄູ-ອາຈານ ແລະນັກສຶກສາທິດສະດີການເມືອງ-ການປົກຄອງຊັ້ນກາງຮຸ່ນທີ  XIV ເຂົ້າຮ່ວມ.

ທ່ານ ບຸນເລີງ ເລີດບຸນຊູ ຮອງອຳນວຍການໂຮງຮຽນໄດ້ຜ່ານ ແຜນການຮຽນ-ການສອນສົກປີ 2019-2020  ວ່າ: ໂຮງຮຽນການ ເມືອງ-ການປົກຄອງປະກອບມີພະ ນັກງານຄູ-ອາຈານ 55 ທ່ານ, ໃນນີ້ມີອາຈານສອນພາຍໃນ 15 ທ່ານ ແລະອາຈານຮັບເຊີນ 40 ທ່ານ, ມີນັກສຶກສາຈຳນວນ 69 ຄົນ, ຍິງ 19 ຄົນ, ດ້ານໂຄງປະກອບການຮຽນ-ການສອນມີໄລຍະເວລາຮຽນທັງໝົດ 15 ເດືອນ, ແບ່ງອອກເປັນ 3 ພາກຮຽນ, ປະກອບມີ 27 ວິຊາຮຽນ, ມີ 158 ບົດ ແລະ78 ໜ່ວຍກິດ, ປະກອບມີມື້ຮຽນ 450 ວັນ, ມີ 1.248 ຊົ່ວໂມງຮຽນໃນນີ້ມີຊົ່ວໂມງບັນລະຍາຍ 664 ຊົ່ວໂມງ, ກຽມສຳມະນາ 65 ຊົ່ວໂມງ, ສຳມະນາ 172 ຊົ່ວໂມງ, ລາຍງານເພີ່ມ 10 ຊົ່ວ ໂມງ, ແກ້ໄຂຂໍ້ຂ້ອງໃຈ 102 ຊົ່ວ ໂມງ, ທວນເສັງ 53 ຊົ່ວໂມງ, ສອບເສັງຂຽນ 90 ຊົ່ວໂມງ ແລະ ສອບເສັງປາກເປົ່າ 90 ຊົ່ວໂມງ.

  ໃນຈຳນວນ 27 ວິຊາແມ່ນຈະໄດ້ມີການສອບເສັງປາກເປົ່າຈຳນວນ 6 ວິຊາຄື: ວິຊາປັດສະຍາ, ເສດຖະສາດການເມືອງ, ລັດທິສັງຄົມນິຍົມວິທະຍາສາດ, ການປົກ ຄອງ, ກໍ່ສ້າງພັກ ແລະວິຊາຂົນຂວາຍກໍ່ສ້າງຮາກຖານການ ເມືອງ, ໂອກາດດຽວກັນຍັງໄດ້ເປີດຂະບວນການແຂ່ງຂັນ-ຍ້ອງຍໍພາຍໃຕ້ຄຳຂວັນ “ຮັກຊາດ ແລະພັດ ທະນາ” ຕິດພັນກັບການສອນດີ-ຮຽນເກັ່ງຂອງພະນັກງານຄູ-ອາ ຈານ ແລະນັກສຶກສາ ໂດຍກຳນົດ ເປົ້າໝາຍເນື້ອໃນຂໍ້ແຂ່ງຂັນຕາມ 4 ເປົ້າໝາຍຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະໃຫ້ຖືກຕ້ອງ. ໂດຍການຕັ້ງເປົ້າໝາຍໃຫ້ນັກສຶກສາສູ້ຊົນປະຕິບັດໃຫ້ໄດ້ຄະແນນເກຣດ A ກວມເອົາ 50%, B+ 40%  ແລະ B 10% ຈາກນັ້ນບັນ ດາຂະແໜງ ການພາຍໃນໂຮງຮຽນ ແລະຕາງ ໜ້ານັກສຶກໄດ້ພ້ອມກັນຈັບມືເພື່ອຢັ້ງຢືນເຖິງການປະຕິບັດບັນດາຂໍ້ແຂ່ງຂັນໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.

------------------

 ໜັງສືພິມເສດຖະກິດ-ສັງຄົມ