ອັງກິດມີແຜນກວດກະເປົ໋າ ຜູ້ໂດຍສານ ດ້ວຍເຄື່ອງສະແກນສາມມິຕິ

ຫຼັງຈາກທີ່ສະໜາມບິນສູນ ກາງຂອງໂລກຫຼາຍແຫ່ງຄືສະໜາມບິນ Schopol ໃນອຳສະເຕີດຳປະເທດໂຮນລັງລວມທັງສະໜາມບິນ Hartsfiel-Jackson ໃນແອດ ແລນຕາ ແລະO’Hare ໃນຊິຄາໂກ້ປະເທດອາເມລິກາໄດ້ກວດກາ ແລະແຍກກະເປົ໋າເດີນທາງຂອງຜູ້ໂດຍສານດ້ວຍເຄື່ອງສະແກນສາມມິຕິກັນໄປແລ້ວ.

ຫຼ້າສຸດລັດຖະມົນຕີວ່າການກະ ຊວງເຕັກໂນໂລຊີຂອງອັງກິດໄດ້ ມາປະກາດແຜນການໃຊ້ເຄື່ອງສະແກນສາມມິຕິຊ່ວຍໃນການແຍກເຄື່ອງຂອງຜູ້ໂດຍສານກ່ອນຂຶ້ນ ເຮືອບິນເພື່ອຫຼຸດບັນຫາການຈຳກັດຂອງແຫຼວ ແລະການນຳແລັບທອບຂຶ້ນເຮືອບິນ.

ປະຈຸບັນນີ້ສະໜາມບິນອັງກິດຖືກເຂັ້ມງວດໃນການໂຫຼດຂອງ ແຫຼວຂຶ້ນເຮືອບິນເພາະເດືອນສິງຫາ 2006 ຕຳຫຼວດໄດ້ຄົ້ນພົບວັດຖຸລະເບີດທີ່ເຊື່ອງຢູ່ໃນແກ້ວເຄື່ອງດື່ມເພື່ອກຽມວາງລະເບີດເຮືອ ບິນ 10 ລຳຈາກນັ້ນເດືອນພະຈິກ 2016 ຈຶ່ງມີຄຳສັ່ງຍຸຕິການໃຊ້ຂອງແຫຼວໃນຫ້ອງຜູ້ໂດຍສານ ແລະອະນຸຍາດໃຫ້ໂຫຼດຂອງແຫຼວ ເກັບໄວ້ໃນກະເປົ໋າໄດ້ບໍ່ເກີນ 100 ມລ ໂດຍຕ້ອງບັນຈຸໃນຖົງພລາສຕິກໃສແລ້ວນຳແຈ້ງຕໍ່ເຈົ້າໜ້າທີ່ຮັກສາຄວາມປອດໄພດັ່ງນັ້ນຈຶ່ງມີແຜນ ໃຊ້ເຄື່ອງສະແກນສາມມິຕິທີ່ຄ້າຍຄືກັບເຄື່ອງ CT Scan ມາກວດເຄື່ອງ ຊຶ່ງຈະຊ່ວຍໃຫ້ເຫັນພາບສິ່ງ ຂອງທີ່ຢູ່ໃນກະເປົ໋າໄດ້ຢ່າງຊັດເຈນລວມທັງສາມາດຊູມ ແລະໝູນເບິ່ງໃນມູມຕ່າງໆໄດ້ອີກດ້ວຍຊຶ່ງຈະນຳໄປໃຊ້ໃນສະໜາມບິນ  Heathrow ໃນນະຄອນຫຼວງລອນດອນດ້ວຍງົບ 50 ລ້ານປອນຊຶ່ງຈະເລີ່ມໃຊ້ ໃນປີ 2022 ແລ້ວຈະກະຈາຍສູ່ສະໜາມບິນອື່ນໆໃນປະເທດຕໍ່ໄປ.

ໂຄງການນີ້ຈະຊ່ວຍອຳນວຍຄວາມສະດວກແກ່ຜູ້ໂດຍສານໃຫ້ຂຶ້ນເຮືອບິນໄດ້ໄວຂຶ້ນບໍ່ຕ້ອງແຍກຂອງແຫຼວ ແລະເອົາແລັບທອບມາກວດໃຫ້ຫຍຸ້ງຍາກອີກຕໍ່ໄປ ແລະສົມສັກສີກັບການເປັນສະໜາມບິນສູນກາງຂອງໂລກ.

-------------------------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ