ກົງຢູ ພະເອກ ສ.ເກົາຫຼີຮ່ວມເປີດໂຕຮູບເງົາ ເລື່ອງໃໝ່

    ກົງຢູພະເອກເຈົ້າຂອງສາຍາລົມຫາຍໃຈແຫ່ງພາກພື້ນອາຊີເປັນນັກສະແດງທີ່ຄ່ອນຂ້າງມີຄວາມເປັນສ່ວນຕົວສູງຖ້າບໍ່ມີວຽກອາດບໍ່ໄດ້ເຫັນໜ້າຂອງພະເອກໜຸ່ມຄົນນີ້ຢ່າງແນ່ນອນເຖິງຈະພົບເຫັນຍາກແບບນີ້ແຕ່ນັ້ນກໍກາຍເປັນສະເໜ່ຢ່າງໜຶ່ງເຮັດໃຫ້ແຟນຮູບເງົາຄິດເຖິງລາວຕະຫຼອດຈຶ່ງບໍ່ແປກໃຈເລີຍວ່າເປັນຫຍັງ ເມື່ອປາກົດຕົວຜູ້ຄົນຈຶ່ງໃຫ້ຄວາມສົນໃຈລາວຫຼາຍ.

ນັບຈາກຮູບເງົາເລື່ອງຫຼ້າສຸດ Goblin ເປັນເວລາ 3 ປີແລ້ວທີ່ນັກສະແດງໜຸ່ມທີ່ມີສີມືຍັງບໍ່ມີຜົນງານໃໝ່ອອກມາໃຫ້ສາວໆໄດ້ຕິດຕາມກັນເຮັດໃຫ້ແຟນໆຮູບເງົາຕ່າງຄິດຮອດຜົນງານຂອງລາວຊຶ່ງເມື່ອອອກໄປງານອີເວັ້ນກໍມັກຖືກຖາມກ່ຽວກັບເລື່ອງນີ້ ຊຶ່ງລາວມັກຈະຍີ້ມກ່ອນຕອບວ່າຍັງບໍ່ໄດ້ຕັດສິນໃຈແຕ່ເມື່ອບໍ່ດົນມານີ້ລາວໄດ້ປະກາດຂ່າວດີວ່າກຳລັງຈະມີຜົນງານໃໝ່ອອກມາໃຫ້ໄດ້ເບິ່ງກັນ.

ໃນວັນທີ 30 ກັນຍາຜ່ານມາ ໄດ້ມີການເປີດໂຕຮູບເງົາເລື່ອງ Kim Ji Young, Born 1982 ຢ່າງເປັນທາງການແນ່ນອນວ່າ ກົງຢູ ກັບຈອງຢູມິກໍມາຮ່ວມງານໃນຖານະນັກສະແດງນໍາຂອງເລື່ອງ ໂດຍຄູ່ນີ້ເຄີຍຮ່ວມ ງານກັນມາກ່ອນທັງຮູບເງົາເລື່ອງ Silenced ແລະTrain Busan ເຮັດໃຫ້ຄ່ອນຂ້າງສະໜິດສະໜົມກັນ.

ໃນງານຖະແຫຼງຂ່າວພະເອກໜຸ່ມລະບຸເຖິງສາເຫດທີ່ຮັບງານເລື່ອງນີ້ວ່າເລື່ອງນີ້ເຮັດໃຫ້ເຂົານຶກເຖິງຄອບຄົວຕອນທີ່ອ່ານບົດລາວເຖິງກັບຮ້ອງໄຫ້ອອກມາ  ແລະບໍ່ລັງເລທີ່ຈະຕອບຕົກລົງ, ທັງນີ້ສິ່ງທີ່ຄົນເວົ້າເຖິງກັນຫຼາຍທີ່ສຸດກໍຄືຕອນທີ່ກົງຢູແລ່ນໄປຮັບນັກສະແດງສາວຂຶ້ນເວທີ ແລະໃນວັນດຽວກັນລະຫວ່າງພະເອກໄດ້ພົບກັບແຟນໆຮູບເງົາລາວຍັງຍ່າງ ເຂົ້າໄປທັກທາຍ ແລະຮັບເຄື່ອງ.

------------

ໜັງສືພິມເສດຖະກິດ-ສັງຄົມ