ຣັດເຊຍຫຼຸດເງິນໂດລາ ຈາກທຶນສຳຮອງສາກົນລົງເຄິ່ງໜຶ່ງ

  ຈາກຂໍ້ມູນຫຼ້າສຸດທີ່ເປີດເຜີຍຂອງທະນາຄານກາງຣັດເຊຍ (CBR) ລະບຸວ່າພາຍໃນເວລາພຽງ 1 ປີ ທະນາຄານກາງຣັດເຊຍໄດ້ຫຼຸດອັດຕາສ່ວນເງິນໂດລາສະ ຫະລັດຈາກທຶນສຳຮອງສາກົນລົງເຖິງເຄິ່ງໜຶ່ງ ແລ້ວເພີ່ມຄຳ, ເງິນ ຢວນ ແລະເງິນເອີໂຣເຂົ້າມາແທນ ທີ່.

ຕາມຂ່າວຕ່າງປະເທດລາຍ ງານວ່າທະນາຄານກາງຂອງຣັດ ເຊຍເປີດເຜີຍວ່າອັດຕາສ່ວນ ແບ່ງຂອງເງິນໂດລາຫຼຸດລົງຈາກ 43,7% ເປັນ 23,6% ໃນເວລາພຽງ 12 ເດືອນທີ່ຜ່ານມາ ໂດຍນັບຈາກເດືອນມີນາປີ 2018 ແຕ່ການເປີດເຜີຍຂໍ້ມູນດັ່ງກ່າວຫຼ້າຊ້າໄປເຖິງ 6 ເດືອນເນື່ອງຈາກຢ້ານວ່າຕະຫຼາດຈະເກີດປະຕິກິລິຍາທີ່ຮຸນແຮງຕໍ່ການຕັດສິນໃຈຄັ້ງນີ້, ໂດຍສະກຸນເງິນຢວນຂອງ ສປ ຈີນເພີ່ມຂຶ້ນຫຼາຍທີ່ສຸດໃນທຶນສຳຮອງສາກົນຂອງຣັດເຊຍ ໂດຍ ເງິນຢວນເພີ່ມຂຶ້ນຈາກ 5% ເປັນ 14,2%, ສ່ວນເງິນເອີໂຣຄິດເປັນ ອັດຕາສ່ວນ 30,3% ເພີ່ມຂຶ້ນ 8,1% ເມື່ອທຽບເປັນລາຍປີ ສ່ວນຄຳສຳຮອງເພີ່ມຂຶ້ນຈາກ 17,2% ເປັນ 18,2%.

ສາເຫດທີ່ຣັດເຊຍຫຼຸດອັດຕາສ່ວນເງິນໂດລາເປັນເພາະພະຍາຍາມທີ່ຈະໃຫ້ເສດຖະກິດຂອງປະເທດຫຼຸດການເພິ່ງພາສະກຸນເງິນດັ່ງກ່າວ ເນື່ອງຈາກຖືກອາເມລິ ກາລົງໂທດຈາກການທີ່ຣັດເຊຍໃຊ້ກຳລັງທະຫານແຊກແຊງ ຄວາມຂັດແຍ້ງໃນອູແກຣນ.

--------------------------------------

ພາບ ແລະຂາ່ວຈາກ:ໜັງສືພິມເສດຖະກິດ-ສັງຄົມ