ເກີດເຫດບໍ່ຄຳຖະຫຼົ່ມຢູ່ກົງໂກ ເສຍຊີວິດ 16 ຄົນ

  ທ້າຍອາທິດທີ່ຜ່ານມາເກີດເຫດບໍ່ຄຳຖະຫຼົ່ມຢູ່ກົງໂກສົ່ງຜົນເຮັດໃຫ້ກຳມະກອນໃນບໍ່ຄຳເສຍ ຊີວິດຢ່າງໜ້້ອຍ 16 ຄົນ .ຕາມຂ່າວຕ່າງປະເທດລາຍງານວ່າ ເຈົ້າໜ້າທີ່ລະດັບສູງຂອງກົງໂກໃຫ້ຮູ້ວ່າ:ມີຜູ້ເສຍຊີວິດຢ່າງໜ້ອຍ 16 ຄົນ ແລະບາດເຈັບໜັກ 3 ຄົນຈາກອຸບັດເຫດບໍ່ຄຳຖະຫຼົ່ມຢູ່ເມືອງກຳເຟນ,ຫ່າງຈາກນະຄອນກິນດູທາງພາກໃຕ້ຂອງປະເທດກົງໂກ, ຂະນະທີ່ໜ່ວຍກູ້ໄພພວມເລັ່ງດຳເນີນການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍດັ່ງກ່າວ,ມີລາຍງານວ່າມີກຳມະກອນຫຼາຍກວ່າ 20 ຄົນກຳລັງ ເຮັດວຽກຢູ່ໃນຂະນະທີ່ເກີດເຫດ ດິນຖະຫຼົ່ມບໍ່ຄຳແຫ່ງນີ້ ຊຶ່ງມີ ຄວາມເປັນໄປໄດ້ວ່າອາດມີຜູ້ເສຍຊີວິດເພີ່ມຕື່ມອີກ, ສ່ວນເຈົ້າໜ້າທີ່ກ່ຽວຂ້ອງພວມເລັ່ງດຳເນີນການສືບສວນ-ສອບສວນຫາສາເຫດທີ່ ແທ້ຈິງທີ່ເກີດຂຶ້ນໃນຄັ້ງນີ້.

ທັງນີ້ກົງໂກມີຜູ້ເສຍຊີວິດຫຼາຍສິບຄົນເປັນປະຈຳທຸກປີສາຍເຫດຍ້ອນການຂຸດຄົ້ນບໍ່ແຮ່ທີ່ຫຼ້າສະໄໝ ແລະບໍ່ມີການຄວບຄຸມ ໂດຍສົ່ງຜົນຕໍ່ຄວາມປອດໄພໃນເດືອນມິຖຸນາທີ່ຜ່ານມາມີກຳມະກອນເຖື່ອນເສຍຊີວິດຢ່າງໜ້ອຍ 43 ຄົນ ໃນເຫດການດິນເຈື່ອນໃນບໍ່ທອງແດງທາງພາກໃຕ້ຂອງປະເທດ.

-------------

ໜັງສືພິມເສດຖະກິດ-ສັງຄົມ