ຕົ້ນຕີນເປັດ ໃຊ້ເປັນຢາປົວພະຍາດໄດ້້

   ຕົ້ນຕີນເປັດທີ່ຫຼາຍຄົນບໍ່ມັກກິ່ນຂອງຕົ້ນໄມ້ຊະນິດນີ້ແຕ່ເບື້ອງຫຼັງກິ່ນຂອງດອກຕີນເປັດມີສັບພະຄຸນທາງຢາທີ່ໜ້າສົນໃຈນອກຈາກຕົ້ນຕີນເປັດຈະເປັນຕົ້ນໄມ້ຂະໜາດໃຫຍ່ໃຫ້ຮົ່ມຕົ້ນຕີນເປັດຍັງເປັນຕົ້ນໄມ້ພື້ນບ້ານສັບພະຄຸນຂອງຕົ້ນຕີນເປັດຈຶ່ງນຳມາໃຊ້ໃຫ້ເປັນປະໂຫຍດຕັ້ງແຕ່ສະໄໝບູຮານໂດຍສາມາດແຍກສັບພະຄຸນທາງຢາຂອງຕົ້ນຕີນເປັດໄດ້ດັ່ງນີ້:

  1. ໝາກ ແລະຮາກຂອງຕົ້ນຕີນເປັດນຳໃຊ້ເຮັດຢາແຜນບູຮານດື່ມເພື່ອລົດໄຂ້ຮ້ອນ, ປົວພະຍາດຖອກທ້ອງ ແລະພະຍາດມາເລເລຍ ແລະ ປົວອາ ການປວດອະໄວຍະວະສືບພັນຊາຍ, ອາການເຈັບຫົວ ແລະ ປອດບວມ.
  2. ເປືອກຂອງມັນມີຄຸນສົມບັດຕ້ານພະຍາດມະເຮັງ, ຫຼຸດຜ່ອນທາດນໍ້າຕານຢູ່ໃນເລືອດ ແລະ ບັນເທົາອາການປວດຂໍ້ຕ່າງໆ.
  3. ຢາງຂາວຂອງມັນສາມາດໃຊ້ທາບາດເພື່ອໄລ່ໜອນອອກ ແລະ ສາມາດໃຊ້ຜະລິດຊີວິງໂກມ  (che-wing gum) ຄຸນນະພາບດີ.             
  4. ໃບຂອງມັນນຳໃຊ້ເຂົ້າໃນການປົວໂລກຫອນໄກ່ (syphilis) ນອກນັ້ນໃບແຫ້ງ ຫຼື ໃບດິບຊ່ວຍປັບຣໍໂມນຂອງແມ່ຍີງທີ່ອອກລູກໃໝ່ ແລະເອົາທາໃສ່ຫຼັງແມ່ລູກອ່ອນເພື່ອກະຕຸ້ນເຮັດໃຫ້ ມີນໍ້າ