ຄຸນປະໂຫຍດຂອງໝາກແຫ້ວ

   ໝາກແຫ້ວເປັນພືດລົ້ມລຸກ ແລະ ເປັນພືດທີ່ມີຄຸນຄ່າທາງອາຫານສູງເພາະອຸດົມໄປດ້ວຍທາດໂພແທສຊຽມທີ່ຈຳເປັນສຳລັບຮ່າງກາຍ. ນອກນັ້ນ, ຈະຊ່ວຍຮັກສາໂລກໄດ້ດັ່ງນີ້:

  • ຊ່ວຍບຳລຸງຮ່າງກາຍ.
  • ຫຼຸດອາການເປັນໂລກເບົາຫວານ.
  • ຊ່ວຍລົດໄຂ້ ແລະ ແກ້ອາການຮ້ອນໃນ.
  • ຊ່ວຍລົດໄຂມັນໃນເສັ້ນເລືອດ.
  • ຊ່ວຍບຳລຸງກ້າມຊີ້ນ.
  • ຊ່ວຍບັນເທົາ ແລະ ແກ້ອາການຮ້ອນໃນ ແລະ ອາຫານຄາຍນ້ຳ.
  • ຊ່ວຍບໍາລຸງຮ່າງກາຍໃຫ້ແຂງແຮງ.
  • ຊ່ວຍບັນເທົາອາການຄໍອັກເສບ.
  • ຊ່ວຍຂັບຂອງເສຍອອກຈາກຮ່າງກາຍ.
  • ຊ່ວຍຮັກສາໂລກເບົາຫວານ ແລະ ຄວາມດັນເລືອດສູງ.
  • ຊ່ວຍຂັບນ້ຳນົມ ແລະ ຂັບປັດສະວະ.
  • ຊ່ວຍຢຸດຢັ້ງ ແລະ ຂ້າເຊື້ອແບັກທີເຣຍ.
  • ຊ່ວຍບໍາລຸງປອດໃຫ້ແຂງແຮງຂຶ້ນ ແລະ ເຮັດວຽກໄດ້ຢ່າງມີປະສິດທິພາບ.

ວິທີນໍາໃຊ້:

  1. ໃຫ້ນໍາໝາກແຫ້ວປະມານ 60 ກຣາມຕົ້ມລວມກັບແມງກະພຸ່ນ 60 ກຣາມ ມາກິນຈະຊ່ວຍຫຼຸດຄວາມດັນເລືອດສູງໄດ້.
  2. ໃຫ້ນໍາໝາກແຫ້ວປະມານ 5 ຫົວມາຕົ້ມລວມກັບເປືອກໝາກກ້ຽງແຫ້ງນໍາມາກິນຊ່ວຍຫຼຸດອາການຄວາມດັນເລືອດສູງ.
  3. ໃຫ້ນໍາໝາກແຫ້ວສົດມາທຸບໃຫ້ພໍແຕກແລ້ວນໍາໄປຕົ້ມນ້ຳດື່ມ ຫຼື ຫາກຢາກກິນສົດກໍ່ໄດ້ເຊັ່ນກັນຈະຊ່ວຍແກ້ອາການຮ້ອນໃນ ຫຼື ເຈັບຄໍໃຫ້ດີີຂຶ້ນໄດ້.
  4. ໃຫ້ນໍາໝາກແຫ້ວມາຕົ້ມໃຫ້ຮ້ອນພ້ອມປະສົມກັບເຫຼົ້າ 2 ຈອກ ຈະຊ່ວຍໃຫ້ປັນຫາເລືອດອອກທາງທະວານໜັກດີຂຶ້ນ.