ຊຳຊຸງເປີດໂຕອີຊີໂນສ 980 ຂຸມພະລັງ ທີ່ລວມຊິປໂມເດັມ 5ຈີ ໄວ້ໃນຊີພີຢູດຽວກັນ

 ທີ່ຜ່ານມາ Samsung ຍັງຄົງເລືອກໃຊ້ຂຸມພະລັງປົກກະຕິເຊື່ອມຕໍ່ກັບ Modem SamsungExynos 5100  ຫຼື Snapdragon X50 ຫຼາຍກວ່າ ໂດຍຍັງບໍ່ມີຂຸມພະລັງທີ່ລວມ 5G ເຂົ້າໄປຫຼ້າສຸດ Samsung ໄດ້ເປີດໂຕຂຸມພະລັງ Exynos 980 ທີ່ລວມ Modem 5G ເຂົ້າໄປແລ້ວ.

ຂຸມພະລັງດັ່ງກ່າວເລືອກໃຊ້ Cortex-A77 ຄວາມໄວ 2,2 GHz ແລະທີ່ເຫຼືອຍັງຄົງໃຊ້ກາດ ໜ້າຈໍ Mali G76 ເໝືອນເດີມແຕ່ວ່າຈະຍັງຄົງໃຊ້ສະຖາປັດຕະຍະ ກຳຂະໜາດ 8 ນາໂນແມັດ.

ການຮອງຮັບໜ້າຈໍເຮັດໄດ້ແບບ WQHD, ຮອງຮັບ LTE ຄວາມ ໄວ 1Gbps, ຄວາມໄວ 5G ຮອງຮັບທີ່ 2F55Gbps ແຕ່ວ່າຄວາມຈຳຮອງຮັບ UFS 2,1 ແລະ eMMC 5,1 ກ້ອງຫຼັງຮອງຮັບຄວາມລະອຽດ 108 ລ້ານພິກເຊລ ຕິດຕັ້ງກ້ອງຫຼັງໄດ້ສູງສຸດ 3 ຕົວຮອງຮັບການຖ່າຍທຳວິດີໂອ 4K ແບບ 120 FPS.

ຂຸມພະລັງດັ່ງກ່າວພ້ອມລົງມືຖືໃນໄລຍະໄຕມາດ 1 ໃນປີໜ້າ.

________________

 ໜັງສືພິມເສດຖະກິດ-ສັງຄົມ