ລັດກຳນົດເປົ້າໝາຍ ແລະຈຸດສຸມຄຸ້ມຄອງໜີ້ສິນສາທາລະນະ

 ລັດຖະບານລາວກໍຄືກະຊວງການເງິນໄດ້ກໍານົດເອົາເປົ້າໝາຍ ແລະຈຸດສຸມໃນການຄຸ້ມຄອງໜີ້ສິນສາທາລະນະໃຫ້ມີປະສິດທິພາບແລະປອດໄພເຂົ້າໃນຍຸດທະສາດຂອງການພັດທະນາວຽກງານການເງິນຮອດປີ 2025, ເພື່ອເປັນການແກ້ໄຂ ແລະພັດທະນາໂຄງສ້າງໜີ້ສິນໃນຕໍ່ໜ້າໃຫ້ເປັນລະບົບແນໃສ່ເຮັດໃຫ້ໜີ້ສິນຫຼຸດລົງ, ຈໍາກັດການສ້າງໜີ້ໃໝ່ ແລະສາມາດຄຸ້ມຄອງໄດ້ໃນໄລຍະຍາວ.

  ອີງຕາມຂໍ້ມູນຈາກກະຊວງການເງິນໃຫ້ຮູ້ວ່າ: ການຄຸ້ມຄອງໜີ້ສິນສາທາລະນະໃຫ້ມີປະສິດທິພາບ ແລະ ປອດໄພແມ່ນໜຶ່ງໃນ 10 ຍຸດທະສາດພັດທະນາວຽກງານການເງິນຮອດປີ 2025, ຊຶ່ງໃນນີ້ລັດຖະບານໄດ້ກໍານົດເອົາ 3 ເປົ້າໝາຍ ແລະ 7 ວຽກງານຈຸດສຸມເພື່ອເຮັດໃຫ້ສະພາບການທາງດ້ານການເງິນມີຄວາມໝັ້ນທ່ຽງ, ເຂັ້ມແຂງ ແລະໜັກ ແໜ້ນ, ໃນນັ້ນເປົ້າໝາຍທີ 1) ແມ່ນ ການຄຸ້ມຄອງໜີ້ສິນສາທາລະນະ ຢ່າງຮັດກຸມ ແລະຄົບຖ້ວນໂດຍ ສະເພາະການກູ້ຢືມຕ່າງປະເທດ, ການກູ້ຢືມພາຍໃນ, ການກູ້ຢືມ ແລະຄໍ້າປະກັນໃຫ້ລັດວິສາຫະກິດ ຈະຕ້ອງລວມສູນການພິຈາລະ ນາຕົກລົງ ແລະຄຸ້ມຄອງ ໂດຍກະ ຊວງການເງິນ; 2) ຮັບປະກັນການນຳໃຊ້ທຶນກູ້ຢືມໃຫ້ຖືກຕ້ອງຕາມເປົ້າໝາຍການອະນຸມັດ ແລະມີປະສິດທິຜົນ; 3) ບໍລິຫານໜີ້ສິນຢ່າງມີປະສິດທິພາບແນໃສ່ໃຫ້ຕົ້ນທຶນການກູ້ຢືມຕໍ່າ  ແລະລະດັບຄວາມສ່ຽງຂອງໜີ້ສິນຢູ່ໃນມາດຕະຖານສາກົນກຳນົດ.

  ສະເພາະ 7 ວຽກງານຈຸດສຸມປະກອບມີ: 1) ການສ້າງກົດໝາຍວ່າດ້ວຍຄຸ້ມຄອງໜີ້ສິນສາທາລະນະ, ລະບຽບການຕ່າງໆໃຫ້ຄົບຖ້ວນເພື່ອເປັນເຄື່ອງມືໃນການຄຸ້ມ ຄອງ; 2) ສ້າງແຜນຍຸດທະສາດການກູ້ຢືມ, ແຜນການກູ້ຢືມແຕ່ລະປີ ແລະ ໄລຍະກາງເພື່ອສະເໜີລັດຖະບານຕົກລົງແຕ່ລະໄລຍະ; 3) ວິເຄາະວິໄຈຖານະໜີ້ສິນຂອງປະເທດ, ໜີ້ສິນສາທາລະນະຢ່າງເປັນລະບົບ ແລະລາຍງານໃຫ້ລັດຖະບານຊາບແຕ່ລະໄລຍະຕາມກົດໝາຍ ແລະລະບຽບການກຳນົດໄວ້; 4) ສ້າງລະບົບຄຸ້ມຄອງໜີ້ສິນສາທາລະນະທັງພາຍໃນ ແລະຕ່າງປະເທດຢ່າງລວມສູນ; ຮັບປະກັນການຊໍາລະສະສາງໃຫ້ຖືກຕ້ອງຕາມກຳນົດເວລາໃນຂໍ້ຜູກພັນສັນຍາ; 5) ສ້າງ ແລະປັບປຸງລະບົບຄຸ້ມຄອງແຫຼ່ງເງິນແລະກະແສເງິນສົດເພື່ອຮັບປະກັນໃຫ້ແກ່ການປະຕິບັດລາຍຈ່າຍໜີ້ສິນສາທາລະນະໃຫ້ເປັນປົກກະຕິ ແລະທັນກໍານົດເວລາຕາມເງື່ອນໄຂຂໍ້ຜູກ ພັນສັນຍາ.

  ສໍາລັບຈຸດສຸມທີ 6) ແມ່ນການສ້າງກົນໄກທີ່ເດັດຂາດເພື່ອຢຸດຕິການລົງທຶນຂອງລັດຢູ່ນອກແຜນທີ່ສະພາແຫ່ງຊາດຮັບຮອງ, ທຸກໆໂຄງການລົງທຶນຂອງລັດຕ້ອງໄດ້ຜ່ານການຄົ້ນຄວ້າ ແລະເຫັນດີຈາກກະຊວງການເງິນໂດຍອີງຕາມຄວາມອາດສາມາດທາງດ້ານແຫຼ່ງທຶນເພື່ອຊໍາລະບັນດາໂຄງການລົງທຶນຂອງລັດຢ່າງມີປະສິດທິຜົນ ແລະຕ້ອງປະຕິບັດຕາມກົດໝາຍ ແລະລະບຽບການປະມູນຢ່າງເຄັ່ງຄັດ; 7) ປະສານສົມທົບກັບກະຊວງແຜນການ ແລະການລົງທຶນ ແລະພາກສ່ວນທີ່ກ່ຽວຂ້ອງເພື່ອສັງລວມໜີ້ສິນໂຄງການລົງທຶນຂອງລັດທີ່ໄດ້ຜ່ານການຮັບຮອງຈາກສະພາແຫ່ງຊາດ ແລະຜ່ານການກວດກາຢັ້ງຢືນຈາກກະຊວງ, ຂະແໜງການ ແລະ ທ້ອງຖິ່ນເພື່ອລວມສູນໜີ້ສິນພ້ອມທັງຄົ້ນຄວ້າ, ວິໄຈຈັດປະເພດໜີ້ໃຫ້ລະອຽດຈະແຈ້ງ, ຄົ້ນຄວ້າມາດຕະການ ແລະກຳນົດແຜນການແກ້ໄຂ ຫຼື ປັບໂຄງສ້າງໜີ້ສິນໃນຕໍ່ໜ້າໃຫ້ເປັນ ລະບົບແນໃສ່ເຮັດໃຫ້ໜີ້ສິນຫຼຸດລົງ, ຈໍາກັດການສ້າງໜີ້ໃໝ່ ແລະສາມາດຄຸ້ມຄອງໄດ້ໃນໄລຍະຍາວນານ.

______________

ຂຽນໂດຍກິ່ງລັດຕະນະ