ເຈົ້າແຂວງໄຊຍະບູລີ ຢ້ຽມຢາມໂຄງການກໍ່ສ້າງ ອາຄານໂຮງຮຽນ ມສ ນາປຸ່ງ

  ໃນວັນທີ 3 ຕຸລາ 2019 ທ່ານ ພົງສະຫວັນ ສິດທະວົງ ເຈົ້າ ແຂວງໆໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງໄດ້ລົງຢ້ຽມຢາມໂຄງການກໍ່ສ້າງອາຄານໂຮງຮຽນ ມສ ນາປຸ່ງ ເມືອງຫົງສາ ຊຶ່ງເປັນກຽດຕ້ອນຮັບຂອງທ່ານ ຄຳຫຼ້າ ຜິວວັນນາ ວ່າການເຈົ້າ ເມືອງຫົງສາ ພ້ອມດ້ວຍຄະນະ, ມີຫ້ອງການທີ່ກ່ຽວຂ້ອງ, ເຈົ້າຂອງ ໂຄງ ການ ແລະບໍລິສັດຜູ້ຮັບເໝົາກໍ່ສ້າງເຂົ້າຮ່ວມ.

ຕາງໜ້າບໍລິສັດຜູ້ຮັບເໝົາກໍ່ສ້າງໂຄງການດັ່ງກ່າວໃຫ້ຮູ້ວ່າ: ການກໍ່ສ້າງມາຮອດປະຈຸບັນແມ່ນມີຄວາມຄືບໜ້າແລ້ວ 85%, ການກໍ່ສ້າງອາຄານໂຮງຮຽນ ມສ ນາ ປຸ່ງ ໄດ້ເລີ່ມລົງມືແຕ່ກາງເດືອນເມສາ ແລະຄາດວ່າພາຍໃນທ້າຍ ເດືອນຕຸລານີ້, ແມ່ນຈະໃຫ້ສຳເລັດ100%, ໂດຍປະຕິບັດຕາມບົດບັນທຶກທີ່ໄດ້ເຊັນຮ່ວມກັນໃນຄັ້ງວັນ ທີ 12 ມີນາ 2019 ອຳນາດການ ປົກຄອງປະຊາຊົນແຂວງເຊີນລາ ສສ ຫວຽດນາມ ໄດ້ໃຫ້ທຶນຊ່ວຍເຫຼືອລ້າກໍ່ສ້າງໂຮງຮຽນ ມສ ນາປຸ່ງມູນຄ່າ 5 ຕື້ດົງ, ໃນການກໍ່ສ້າງ ໂຮງຮຽນຫຼັງໃໝ່ນີ້,ໂດຍສ້າງເປັນອາຄານ 2 ຊັ້ນມີຂະໜາດ 9x 43,5 ແມັດ, ສູງ 10,5 ແມັດ, ໂຄງສ້າງເບຕົງເສີມເຫຼັັກ, ຝາກໍ່ດ້ວຍດິນຈີ່ພ້ອມໂບກ, ໂຄງຫຼັງຄາ ໄມ້, ມຸງດ້ວຍກະເບື້ອງສີ, ປະກອບມີ 10 ຫ້ອງຮຽນ, ຫ້ອງນໍ້າ 4 ຫ້ອງ ແລະໂດຍແມ່ນບໍລິສັດສົມປະສົງ ກໍ່ສ້າງເປັນຜູ້ຮັບເໝົາໂຄງການ.

ໂອກາດດັ່ງກ່າວທ່ານ ພົງສະ ຫວັນ ສິດທະວົງ ໄດ້ເນັ້ນໜັກໃຫ້ ຜູ້ຮັບຜິດຊອບໂຄງການຈົ່ງຮີບຮ້ອນໃນການກໍ່ສ້າງອາຄານໂຮງ ຮຽນ ມສ ນາປຸ່ງໃຫ້ສຳເລັດຕາມສັນຍາທີ່ໄດ້ກຳນົດໄວ້, ສ່ວນພາກ ລັດຈະສ້າງສິ່ງອຳນວຍຄວາມສະ ດວກດ້ານການພົວພັນຮ່ວມມື ແລະປະສານສົມທົບວຽກງານທີ່ປິ່ນອ້ອມເພື່ອເຮັດໃຫ້ໂຄງການກໍ່ສ້າງ ໄດ້ດຳເນີນຕາມແຜນການທີ່ກຳນົດໄວ້.

________________

 ໜັງສືພິມເສດຖະດິດ-ສັງຄົມ

  •  #ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • #ໂທ: 021 313645, 316511
  • #App: 020 58707444