ຄຸນປະໂຫຍດຂອງ “ຫວ້ານຫາງແຂ້”

ຫວ້ານຫາງແຂ້ ເປັນສະໝຸນໄພອີກຊະນິດໜຶ່ງທີ່ມີປະໂຫຍດຫຼາຍມື້ນີ້ມີຄຸນປະໂຫຍດຂອງ ຫວ້ານຫາງແຂ້ມາເວົ້າສູ່ຟັງ ຊຶ່ງຈະມີຫຍັງແດ່ນັ້ນມາອ່ານພ້ອມກັນເລີຍ.

1 ປິ່ນປົວບາດແຜໄຟໄໝ້ ແລະນໍ້າຮ້ອນລວກ: ໃຫ້ປອກເປືອກທາງນອກຂອງຫວ້ານຫາງແຂ້ອອກນຳເອົາວຸ້ນທີ່ເປັນໃສໆມາລ້າງຢາງອອກໃຫ້ສະອາດ ແລ້ວນຳໄປແປະໃສ່ບາດແຜຕະຫຼອດ 2 ມື້ ຈະຊ່ວຍ ບັນເທົາອາການປວດແສບຮ້ອນ, ເຮັດໃຫ້ບາດແຜ ແຫ້ງໄວ ແລະບໍ່ເປັນຮອຍບາດແຜໄວ້ເທິງຜິວໜັງນຳ.

2 ປ້ອງກັນ ແລະບັນເທົາຮອຍໄໝ້ຈາກແດດ: ນຳເນື້ອຫວ້ານຫາງແຂ້ປະສົມກັບໂລຊັນຈາກນັ້ນທາລົງເທິງຜິວໜັງກ່ອນອອກແດດຈະຊ່ວຍປ້ອງກັນແສງແດດໄດ້ຖ້າເກີດຮອຍໄໝ້ຂຶ້ນເທິງຜິວໜັງຫຼັງ ຈາກອອກແດດແລ້ວໃຫ້ໃຊ້ວຸ້ນທີ່ລ້າງສະອາດມາທາໃສ່ຮອຍໄໝ້ເພື່ອຫຼຸດອາການອັກເສບຖ້າຈະໃຫ້ດີລອງນຳວຸ້ນປະສົມກັບນໍ້າມັນພືດ ຫຼື ນໍ້າມັນໝາກ ກອກມາທາເພື່ອຫຼຸດອາການຜິວແຫ້ງເຄັ່ງຕຶງຫຼາຍ ເກີນໄປ.

3 ບັນເທົາຮອຍໄໝ້ຈາກການສາຍລັງສີຂອງຄົນປ່ວຍ: ໂດຍໃຊ້ວິທີການນຳວຸ້ນຫວ້ານຫາງແຂ້ທີ່ລ້າງສະອາດມາແປະທີ່ຮອຍໄໝ້ຈາກການເຮັດຄີໂມຈະຊ່ວຍບັນເທົາອາການປວດແສບຮ້ອນ ແລະ ເຮັດໃຫ້ຟື້ນຕົວໄວຂຶ້ນ.

4 ປິ່ນປົວຝີ ແລະພະຍາດລິດສີດວງທະວານ: ເຮັດຄວາມສະອາດບໍລິເວນທີ່ເກີດພະຍາດໃຫ້ແຫ້ງ ແລ້ວນຳວຸ້ນໄປແປະໃສ່ຖ້າເປັນທະວານໜັກໃຫ້ປອກວຸ້ນລັກສະນະເປັນທໍ່ລ້າງໃຫ້ສະອາດຈາກນັ້ນນຳໄປແຊ່ເຢັນໃຫ້ແຂງເພື່ອຈະແຢ່ວຸ້ນເຂົ້າໄປໃນຮູທະວານໜັກໄດ້ຄວນປະຕິບັດມື້ລະ 1-2 ເທື່ອ ຈະເຮັດໃຫ້ອາການລິດສີດວງດີຂຶ້ນ.

5 ແກ້ປວດຫົວ ແລະບັນເທົາອາການເຈັບແຂ້ວ: ຕັດໃບສົດຈາກຕົ້ນນຳປູນແດງມາທາບໍລິເວນວຸ້ນມາທາຂະໝັບ ຫຼື ງ່ອນຕາມຈຸດທີ່ປວດຈະຊ່ວຍບັນເທົາອາການປວດຫົວໄດ້ຕັດເນື້ອຫວ້ານຫາງແຂ້ອອກເປັນທ້ອນນ້ອຍໆ ປະມານ 2-3 ຊັງຕີແມັດ ນຳໄປຢັດໄວ້ຕາມວ່າງແຂ້ວທີ່ປວດໃຊ້ເວລາປະມານ 30 ນາທີ ອາການປວດຈະຄ່ອຍບັນເທົາລົງ.

________________

 ໜັງສືພິມພິມເສດຖະກິດສັງຄົມ

#ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ

#ໂທ: 021 313645, 316511

#App: 020 58707444