ອາເມລິກາ-ຈີນ ເລີ່ມເຈລະຈາດ້ານການຄ້າຮອບໃໝ່

 ທ່ານ Stephanie Grishan ເລຂານຸການຂ່າວສານທຳນຽບຂາວໃຫ້ຮູ້ວ່າເນື້ອໃນຂອງການເຈລະຈາການຄ້າຮອບໃໝ່ລະຫວ່າງ ສປ ຈີນ ແລະອາເມລິກາຈະລວມ ມີການຖ່າຍທອດເຕັກໂນໂລຊີແບບບັງຄັບ, ສິດຊັບສິນທາງປັນຍາ, ການບໍລິການ, ຮົ້ວປອດພາສີ, ກະສິກຳ ແລະບັນດາມາດຕະການປະຕິບັດ.

  ຕາມຂ່າວສານຫວຽດນາມລາຍງານວ່າວັນທີ 7 ຕຸລາຜ່ານມາອາເມລິກາ ແລະຈີນໄດ້ເລີ່ມຕົ້ນການເຈລະຈາດ້ານການຄ້າຂັ້ນຮອງຫົວໜ້າຄະນະຜູ້ແທນຮອບໃໝ່ຢູ່ນະ ຄອນຫຼວງວໍຊິງຕັນ ຂອງອາເມລິກາ ໂດຍມີເຈົ້າໜ້າທີ່ຂອງຈີນປະມານ 30 ຄົນ, ຊຶ່ງໄດ້ນຳໜ້າໂດຍ ທ່ານ ຫຼຽວເຄືອ ຮອງນາ ຍົກລັດຖະມົນຕີຈີນ ແລະ ຜູ້ຕາງໜ້າດ້ານການຄ້າອາເມລິກາເພື່ອກະກຽມໃຫ້ແກ່ບັນດາການເຈລະຈາຂັ້ນສູງໃນລະຫວ່າງວັນທີ 10-11 ຕຸລາ, ບັນດາການເຈລະຈາຂັ້ນສູງໄດ້ມີການເຂົ້າຮ່ວມຂອງທ່ານ ຫຼຽວເຄືອ ຮອງນາຍົກລັດຖະມົນຕີຈີນ, ທ່ານ Robert Lighthizer ຜູ້ຕາງໜ້າດ້ານການຄ້າອາເມລິກາ ແລະທ່ານ Steven Mnuchin ລັດຖະມົນຕີກະຊວງ ການເງິນອາເມລິກາ, ເລຂານຸການຂ່າວສານທຳນຽບຂາວໃຫ້ຮູ້ວ່າເນື້ອໃນຂອງການເຈລະຈາຈະລວມມີການຖ່າຍທອດເຕັກໂນໂລຊີແບບບັງຄັບ, ສິດຊັບສິນທາງປັນຍາ, ການບໍລິການ, ຮົ້ວ ປອດພາສີ, ກະສິກຳ ແລະບັນດາ ມາດຕະການປະຕິບັດ, ບັນດາ ການເຈລະຈາດ້ານການຄ້າລະ ຫວ່າງອາເມລິກາ-ຈີນ ໄດ້ດໍາເນີນກ່ອນເວລາທີ່ອາເມລິກາຈະເພີ່ມອັດຕາພາສີຕໍ່ສິນຄ້າຂອງຈີນທີ່ມີມູນຄ່າ 250 ຕື້ໂດລາສະຫະລັດຂຶ້ນແຕ່ 25%-30%, ທ່ານ Larry  Kudlow ຫົວໜ້າທີ່ປຶກສາດ້ານເສດ ຖະກິດຂອງ ທ່ານ ໂດນັລ ທຣຳ ປະທານາທິບໍດີອາເມລິກາໃຫ້ຮູ້ວ່າອຳນາດການປົກຄອງອາເມລິກາເລີ່ມຕົ້ນການຄົ້ນຄ້ວາກ່ຽວກັບມາດຕະການປົກປ້ອງບັນດານັກລົງທຶນອາເມລິກາຢູ່ຈີນທ່ານກໍປະຕິເສດທີ່ວ່າອຳນາດການປົກຄອງອາເມລິກາພວມຊັ່ງຊາເລື່ອງຫ້າມບັນດາບໍລິສັດຈີນເຂົ້າຮ່ວມບັນດາຕະຫຼາດຫຼັກຊັບຢູ່ອາເມລິກາ.

________________

ໜັງສືພິມເສດຖະກິດ-ສັງຄົມ

#ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ

#ໂທ: 021 313645, 316511

#App: 020 58707444