ອົດສະຕຣາລີພົບເຫັດພິດຮ້າຍແຮງທີ່ສຸດໃນໂລກ

  ເຫັດພິດປະກາຣັງໄຟໜຶ່ງໃນເຫັດສາຍພັນອັນຕະລາຍທີ່ສຸດໃນໂລກຖ້າຫຼົງສຳພັດອາດເຖິງຕາຍຖືກຄົ້ນພົບໃນອົດສະຕຣາລີເປັນເທື່ອທຳອິດທັງທີ່ມີຖິ່ນຕົ້ນກຳເນີດຕາມທຳມະຊາດຢູ່ພູແຖບຍີ່ປຸ່ນ ແລະ .ເກົາຫຼີ.

  ຕາມຂ່າວຕ່າງປະເທດລາຍງານວ່າເຫັດພິດປະກາຣັງໄຟ (Poison Fire Coral fungus) ຊຶ່ງມີລັກສະນະສີແດງສົ້ມ ແລະ ແຕກກິ່ງຄ້າຍຄືກັບປະກາຣັງນີ້ຖືກ ຄົ້ນພົບໃນແຖບນອກເມືອງແຄນໃນລັດຄວິນສະແລນຊຶ່ງຊ່າງພາບທ້ອງຖິ່ນຄົນໜຶ່ງພົບໂດຍບັງເອີນຈົນຖືກລະບຸຊະນິດໂດຍນັກວິທະຍາສາດຈາກມະຫາວິທະຍາໄປເຈມຄຸກໃນເມື່ອບໍ່ດົນມານີ້, ໂດຍເຫັດຊະນິດນີ້ມີສານພິດທີ່ສາມາດດູດຊີມເຂົ້າສູ່ຜີວໜັງຊຶ່ງພິດຈະທຳລາຍລະບົບປະສາດສ່ວນກາງຂອງສະໝອງ ແລະ ເຮັດໃຫ້ອະໄວຍະວະລົ້ມເຫຼວຖ້າຫາກຮັບປະທານເຂົ້າໄປຈະເກີດອາການ, ຮາກ, ຖອກທ້ອງ, ມີໄຂ້ ແລະເຢັນຊາຈົນເສຍຊີວິດໃນທີ່ສຸດ, ມີລາຍງານລະບຸວ່າພົບຜູ້ເສຍຊີວິດຫຼາຍຄົນໃນຍີ່ປຸ່ນ ແລະ .ເກົາຫຼີ ຈາກການທີ່ບໍ່ຮູ້ເຖິງພິດຮ້າຍຂອງເຫັດຊະນິດນີ້ແລ້ວຮັບປະທານເຂົ້າໄປ, ຊຶ່ງການຄົ້ນພົບຄັ້ງນີ້ ນັບເປັນການຄົ້ນພົບຄັ້ງທຳອິດໃນອົດສະຕຣາລີຊຶ່ງຢູ່ຫ່າງ ໄກຈາກຕົ້ນກໍາເກີດຖືເປັນເລື່ອງແປກ.

  ຢ່າງໃດກໍຕາມເປັນໄປໄດ້ວ່າເຫັດຊະນິດນີ້ອາດເກີດຂຶ້ນເອງຕາມທຳມະຊາດຜ່ານການແຜ່ກະຈາຍຈາກປະເທດເພື່ອນບ້ານຊຶ່ງມີລາຍງານພົບເຫັດດັ່ງກ່າວທັງໃນອິນ ໂດເນເຊຍ ແລະປາປົວນີວກິເນເຊັ່ນກັນ.

_______________

ໜັງສືພິມເສດຖະກິດ-ສັງຄົມ

#ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ

#ໂທ: 021 313645, 316511

#App: 020 58707444