ຈີນ ເລີ່ມທົດລອງທາງລົດໄຟຄວາມໄວສູງ

  ສປ ຈີນ ເລີ່ມທົດລອງທາງລົດໄຟຄວາມໄວສູງປັກກິ່ງ-ຈາງເຈຍໂຂ່ວ ເພື່ອຄົ້ນຄວ້າ ແລະແກ້ໄຂຈຸດທີ່ມີບັນຫາກ່ອນຈະມີການໃຊ້ແລ່ນປົກກະຕິ.

 ຕາມຂ່າວຊິນຮວາລາຍງານເມື່ອບໍ່ດົນມານີ້ບໍລິສັດໄຊນາເຣລເວປ່ຽນຈິງກຣຸບ (CR Beijing) ສັງກັດການລົດໄຟແຫ່ງປະເທດຈີນຢືນຢັນວ່າ: ເລີ່ມການທົດລອງທາງລົດໄຟຄວາມໄວສູງທີ່ເຊື່ອມ ຕໍ່ນະຄອນຫຼວງປັກກິ່ງ  ແລະນະຄອນຈາງເຈຍໂຂ່ວຂອງມົດທົນເຫີເປີຍເພື່ອຄົ້ນຫາ ແລະແກ້ໄຂຈຸດທີ່ມີບັນຫາກ່ອນມີການໃຊ້ແລ່ນປົກກະຕິໃນຕໍ່ໜ້າ ໂດຍສະເພາະການທົດລອງລະບົບຄວາມປອດ ໄພຈາກການເຮັດວຽກທັງໝົດ ເປັນຕົ້ນລາງລົດໄຟ, ການຈ່າຍພະລັງງານ, ການສົ່ງສັນຍານ ແລະ ການແຈ້ງເຕືອນລ່ວງໜ້າທາງລົດໄຟເສັ້ນນີ້ມີຄວາມຍາວ 174 ກິໂລແມັດ ແບ່ງອອກເປັນນະຄອນປັກກິ່ງ 70,5 ກິໂລແມັດ ແລະ ສ່ວນທີ່ເຫຼືອແມ່ນຢູ່ໃນມົນທົນເຫີເປີຍໂດຍມີຄວາມໄວແລ່ນໄດ້ສູງສຸດ 350 ກິໂລແມັດຕໍ່ຊົ່ວໂມງ.

 ທາງລົດໄຟສາຍນີ້ຖືເປັນໂຄງການສຳຄັນຂອງການຈັດການແຂ່ງຂັນກີລາໂອລິມປິກ ແລະພາຣາລິມປິກປີ 2020 ຊຶ່ງຈະຊ່ວຍຫຼຸດໄລຍະເວລາໃນການເດີນທາງລະຫວ່າງສອງເມືອງຈາກຫຼາຍກວ່າ 2 ຊົ່ວໂມງເຫຼືອ 1 ຊົ່ວໂມງ ໂດຍຄາດວ່າການກໍ່ສ້າງຈະແລ້ວສຳເລັດພາຍໃນທ້າຍປີ 2019.

______________

ໜັງສືພິມເສດຖະກິດ-ສັງຄົມ

 

#ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ

#ໂທ: 021 313645, 316511

#App: 020 58707444