ພານາໂຊນິກເອສ 1 ເອຊກ້ອງຟູລເພຣມໄມຣໍເລສ ຕົວທຳອິດຂອງໂລກ

  ເປີດໂຕ Panasonic S1H ກ້ອງ Full Frame Mirrorless ຕົວທຳອິດຂອງໂລກສາມາດບັນ ທຶກວິດີໂອເຖິງ 6K. ຫຼັງຈາກທີ່ Panasonic ໄດ້ລະບຸລາຍລະອຽດກ່ຽວກັບກ້ອງ LumixS1H ໄວ້ໃນງານ CineGear Expo ເມື່ອເດືອນພຶດສະ ພາທີ່ຜ່ານມາ ແລະຫຼ້າສຸດ Pana sonic ໄດ້ເປີດໂຕLumix S1H ຢ່າງເປັນທາງການເປັນທີ່ຮຽບ ຮ້ອຍແລ້ວ ໂດຍທາງ Panasonic ຕັ້ງເປົ້າໃຫ້  Lumix S1H  ເປັນກ້ອງ Full Frame ສາຍ Videographer ຢ່າງເຕັມຕົວ ແລະເປັນກ້ອງ ຕົວທຳອິດທີ່ສາມາດບັນທຶກພາບ ເຄື່ອນໄຫວທີ່ຄວາມລະອຽດເຖິງ 6K.

ສະເປັກໂດຍລວມຂອງ Pana sonic Lumix S1H:

- ໃຊ້ເຊນເຊີຂະໜາດ 24.2 - megapixel 35mm full- frame CMOS sensor.

- ບັນທຶກພາບເຄື່ອນໄຫວຄວາມລະອຽດ 6K (5952x 3968)  3:2/ 5.9K (58888x3312)/ 5.4K (5376x3580)3:2.

- ບັນທຶກພາບເຄື່ອນໄຫວຄວາມລະອຽດ 4K DCI ແລະUHD ທີ່ 60p ແລະFull HD ທີ່ 180fps.

- ບັນທຶກພາບເຄື່ອນໄຫວໄດ້ ແບບບໍ່ຈຳກັດເວລາໃນທຸກໆໂໝດ.

-ຊ່ອງ SD Card ແບບ 2 slots.

- ໜ້າຈໍສາມາດພັບ ແລະໝູນ ໄດ.້

- ໃຊ້ເຕັກໂນໂລຊີ Dual Native.

- ກັນສັ່ນແບບ 5 ແກນ (5-axis in-body stabilization).

- ຮອງຮັບການໃຊ້ງານເລນ ສແບບ L mount.

ໂດຍ Panasonic Lumix S1H ໄດ້ເລີ່ມວາງຂາຍໃນວັນທີ 19 ກັນຍາ ຢູ່ທີ່ລາຄາ 3.999 ໂດລາສະຫະລັດ.

--------------------------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ